ເຮືອບິນMH370ຂອງມາເລເຊຍຖືກຫາຍສາບສູນກ່ອນທີ່ບິນເຂົ້າເຂດຄວບຄຸມການບິນຂອງຫວຽດນາມ

ເຮືອບິນMH370ຂອງມາເລເຊຍຖືກຫາຍສາບສູນກ່ອນທີ່ບິນເຂົ້າເຂດຄວບຄຸມການບິນຂອງຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ຕໍ່ຫນ້າ​​ຂ່າວ​ຄາວ​ຈາກ​ກົມ​ການ​ບິນ ມາ​ເລ​ເຊຍ ປະກາດ​ຫວ່າງ​ແລ້ວ​ນີ້ ​​ວ່າ ​ເຮືອບິ​ນ MH 370 ຖືກ​ຫາຍ​ສາບ​ສູນ ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຝ່າຍ​ຫວຽດນາມ ​ເພາະວ່າ ​ເຮືອ​ບິນ​ໄດ​້ບິນ​ເຂົ້າ​ເຂດຄວບ​ຄຸມ​ການບິນ(​ເຂດ Igari) ​ແລະ​ຫວຽດນາມ ​​​ໄດ້ແຈ້ງ​ໃຫ້​ມາ​ເລ​ເຊຍ ຮັບ​ຊາບ ຊ້າ 12 ນາ​ທີ, ທ່ານ ລ້າຍ​ຊວນ​ແທງ, ຫົວຫນ້າ​ກົມ​ການບິນ ຫວຽດນາມ ຖືວ່າ: ຄຳ​ປະກາດ​ດັ່ງກ່າວ​ຂອງ​ມາ​ເລ​ເຊຍ ບໍ່​ທັນ​ຄົບ​ຖ້ວນ, ອາດ​ຈ​ະ​ເຮັດ​ໃຫ້​ຫາງ​ສຽງ​ມີ​ຄວາມເຂົ້າ​ໃຈ​ຜິດ. ຕາມ​ທ່ານ ລ້າຍ​ຊວນ​ແທງ ​ແລ້ວ, ບໍ່​ມີ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ບິນ​ຜ່ານ​ເຂດ​ Igari ເຂົ້າ​ເຂດ​ນ່ານຟ້າ​ໂດຍ ຫວຽດນາມ ຄວບ​ຄຸມ. ທ່ານ​ແທງ ​ເວົ້າ​ວ່າ:

“ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ ​ເຮືອບິນ MH 370 ຂາດ​ສັນຍານ​ຕິດ​ຕໍ່​ຢູ່​ເທິງ​ຫນ້າ​ຈໍ່ ຣາດາ ກອ່ນ​ທີ່​ເຂົ້າ​​ເຂດຄວບ​ຄຸມ​ການບິນ ຂອງ​ຫວຽດນາມ. ອົງການ​ຄວບ​ຄຸມ​ການບິນຂອງ​ສອງ​ຝ່າຍ​ໄດ້​ສັນຍາ​ນຳ​ກັນ​ວ່າ ຈຸດ​​ເວລາ​ມອບ​ໂອນ​ແມ່ນ ​ເວລາ 17 ​ໂມງ 22 ນາ​ທີ ຕາມ​ເວລາ​ສາກົນ ​ແຕ່​ຮອດ 17 ​ໂມງ 20 ນາ​ທີ 43 ວິນາ​ທີ. ​ເຮືອບິນລຳ​ດັ່ງກ່າວຂາດ​ສັນຍາ​ນຕິດຕໍ່​ຢູ່​ເທິງ​ຫນ້າ​ຈໍ່ ຣາດາ ຂອງ​ຫໍ​ຄວບ​ຄຸມ​ການບິນ ​ໂຮ່ຈິ​ມີນຂອງ​ຫວຽດນາມ ຕາມ​ການ​ກຳນົດ. ມາ​ເລ​ເຊຍ ກໍ​ຮັບ​ຮູ້​ວ່າ ຈຸດ​ເວລາ​ສຸດ​ທ້າຍ​ທີ່​ເຮືອບິ​ນລຳ​ດັ່ງກ່າວ​ມີ​ສັນຍານ​ຢູ່​ເທິງ​ຫນ້າ​ຈໍ່ ຣາດາ ​ແມ່ນກ່ອນ​​ເວລາ 17 ​ໂມງ 22 ນາ​ທີ. ​ແລະ ຈຸດ​ເວລາ​ນີ້ ​ເຮືອບິນ ພວມ​ຢູ່​ໃນ​ເຂດ​ຄວບ​ຄຸມ​ການບິນ​ຂອງ ສິງກະ​ໂປ ​ແລະ ສິງກະ​ໂປ​ ​ມອບ​ສິດໃຫ້​ມາ​ເລ​ເຊຍ ບັນຊາ. ອົງການ​ຄວບ​ຄຸມ​ການບິນ​ຂອງ​ຫວຽດນາມ ບໍ່​ທັນ​ຮັບ ​ແລະ ບໍ່ທັນ​ບັນຊາ​ເຮືອບິນ​ລຳ​ດັ່ງກ່າວ.”

 

ຂ່າວ/ບົດ​ອື່ນ