ແກ້ໄຂບັນດາຄຳເຫັນອັນຊອບທຳຂອງປະຊາຊົນຢ່າງມີປະສິດທິຜົນ

ແກ້ໄຂບັນດາຄຳເຫັນອັນຊອບທຳຂອງປະຊາຊົນຢ່າງມີປະສິດທິຜົນ - ảnh 1
(ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ປີ 2016,
 ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017)


(vovworld) - ​​ປີ 2016, ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງຊາດ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ​​ເສດ​ຖະ​ກິດ-ສັງ​ຄົມ. ​ປະ​ຊາ​ຊົນສ່ວນຫຼາຍມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການນຳ​ພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ລັດ. ມະ​ຫາ​ສາ​ມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ ​ຄວາມ​ສະ​ຫງົບ​ດ້ານ​ການ​ເມືອງ​ຢູ່ເຂດ​​ຊົນເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ຮັກ​ສາ​ຢ່າງ​ໝັ້ນ​ຄົງ. ສະ​ພາບ​ການ​​ເຫຼື້ອມ​ໃສ, ເຊື່ອ​ຖື​ສາ​ສະ​ໜາ​​ແມ່ນໄດ້​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ໂດຍ​ພື້ນ​ຖານ. ພໍ່​ແມ່​ປະ​ຊາ​ຊົນ​, ສາ​ສະ​ນິ​ກະ​ຊົນ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ຕ່າງໆ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ 12 ຂອງ​ພັກ, ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016-2021. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ສະຫຼຸບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017 ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 5/1 ຢູ່​ຮ່າ​ໂນ້ຍ, ທ່ານ ດິງ​ເທ໋​ຮິງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ, ໄດ້​ຊີ້​ແຈ້ງ​ສະ​ພາບ​ການ​ຂອງປະ​ເທດ​ໃນ​ປະ​ຈຸ​ບັນ ພວມ​ວາງ​ອອກ​ບັນ​ດາ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ໃໝ່​ນັບ​ມື້​ນັບ​ສູງ, ຮຽກ​ຮ້ອງ​ໃຫ້​ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ພັກ ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ ແລະ ວິ​ທີ​ການ​ຂົນ​ຂວາຍ​ມະ​ຫາ​ຊົນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ປ່ຽນ​ໃໝ່​ຢ່າງ​ແຮງວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ໃນ​ນັ້ນ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ໃຈ​ຂອງ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ.

ຂ່າວ/ບົດ​ອື່ນ