ແຂກທ່ອງທ່ຽວນັບພັນເທື່ອຄົນໄປໄຫວ້ອາໄລວິຫານບູຊາປະທານໂຮ່ຈີມິນ ຢູ່ແຂວງ ຈ່າວີງ

(VOVWORLD) - ວິຫານບູຊາ ປະທານໂຮ່ຈີມິນ ຢູ່ແຂວງ ຈ່າວີງ ໄດ້ຮັບການກໍ່ສ້າງໃນປີ 1970, ມີເນື້ອທີ່ດິນທັງໝົດ 5,4 ເຮັກຕາ, ປະກອບດ້ວຍ: ວິຫານບູຊາ, ຫ້ອງວາງສະແດງ...
ແຂກທ່ອງທ່ຽວນັບພັນເທື່ອຄົນໄປໄຫວ້ອາໄລວິຫານບູຊາປະທານໂຮ່ຈີມິນ ຢູ່ແຂວງ ຈ່າວີງ - ảnh 1ວິຫານບູຊາປະທານ ໂຮ່ຈີມິນ ຢູ່ຕາແສງ ລອງດຶກ
(ພາບ:VOV)

ວັນທີ 30 ເມສາ, ແຂກທ່ອງທ່ຽວນັບພັນເທື່ອຄົນ ໄດ້ໄປໄຫວ້ອາໄລຢູ່ວິຫານບູຊາປະທານ ໂຮ່ຈີມິນ ຢູ່ຕາແສງ ລອງດຶກ, ນະຄອນ ຈ່າວີງ, ແຂວງ ຈ່າວີງ. ຈຳນວນແຂກທ່ອງທ່ຽວໄດ້ໄປໄຫວ້ອາໄລ, ທູບທຽນ ໄດ້ເພີ່ມຂຶ້ນຫຼາຍເມື່ອທຽບກັບວັນທຳມະດາ. ທ່ານ ຮວິ່ງວັນຊາ, ປະຊາຊົນໃນແຂວງ ຈ່າວີງ ໄດ້ໄປຢ້ຽມຢາມວິຫານບູຊາປະທານໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ວັນທີ 30 ເມສາ ແມ່ນວັນປະຫວັດສາດ, ວັນໂຮມປະເທດຊາດເປັນເອກະພາບ, ຂ້າພະເຈົ້າໄດ້ໄປໄຫວ້ອາໄລຢູ່ວິຫານບູຊາປະທານໂຮ່ຈີມິນ, ກໍ່ໄດ້ພາຫຼານໆໄປນຳ. ພວກຫຼານມັກສະຖານທີ່ແຫ່ງໃດກ່ຽວຂ້ອງເຖິງປະຫວັດສາດ, ຊ່ວງນີ້ເປັນວັນບຸນ, ດັ່ງນັ້ນພໍ່ແມ່ປະຊາຊົນມາໄຫວ້ອາໄລຫຼາຍທີ່ສຸດ”.

        ວິຫານບູຊາ ປະທານໂຮ່ຈີມິນ ຢູ່ແຂວງ ຈ່າວີງ ໄດ້ຮັບການກໍ່ສ້າງໃນປີ 1970, ມີເນື້ອທີ່ດິນທັງໝົດ 5,4 ເຮັກຕາ, ປະກອບດ້ວຍ: ວິຫານບູຊາ, ຫ້ອງວາງສະແດງ, ຮູບຈຳລອງເຮືອນຮ້ານປະທານໂຮ່ຈີມິນ, ສວນປູກຕົ້ນໄມ້, ໜອງປາ, ບ່ອນຕັ້ງຄ້າຍ…

ຕອບກັບ

ຂ່າວ/ບົດ​ອື່ນ