ແຂວງ ຮ່າ​ຕິ໊ງ ກຽມພ້ອມ​ດໍາ​ເນີນ ສັບປະດາ ລະນຶກ​ເຖິ​ງວັນມໍ​ລະນະ​ກໍາ​ຂອງ​ນັກ​ກະວີ​ຜູ້​ຍິ່ງ​ໃຫຍ່ ຫງວຽນຢູ ຄົບ​ຮອບ 200 ປີ

(VOVWORLD) -ສັບປະດາ ລະນຶກເຖິງວັນມໍລະນະກໍາຂອງນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ຄົບຮອບ 200 ປີ ຖືກດໍາເນີນຢູ່ແຂວງຮ່າຕິ໊ງ ໃນລະຫວ່າງວັນທີ 23 – 26 ກັນຍາ. 
ແຂວງ ຮ່າ​ຕິ໊ງ ກຽມພ້ອມ​ດໍາ​ເນີນ ສັບປະດາ ລະນຶກ​ເຖິ​ງວັນມໍ​ລະນະ​ກໍາ​ຂອງ​ນັກ​ກະວີ​ຜູ້​ຍິ່ງ​ໃຫຍ່ ຫງວຽນຢູ ຄົບ​ຮອບ 200 ປີ - ảnh 1ບັນດາການເຄື່ອນໄຫວກະກຽມໃຫ້ແກ່ສັບປະດາດັ່ງກ່າວຖືວ່າສໍາເລັດແລ້ວ (ພາບ: baohatinh.vn)

 ໄລ່ມາຮອດປັດຈຸບັນ, ບັນດາການເຄື່ອນໄຫວກະກຽມໃຫ້ແກ່ສັບປະດາດັ່ງກ່າວຖືວ່າສໍາເລັດແລ້ວ. ດ້ວຍ 7 ເຫດການສໍາຄັນ  ພ້ອມດ້ວຍກິດຈະກໍາພົ້ນເດັ່ນຕ່າງໆທີ່ຖືກຈັດຂຶ້ນໃນສັບປະດາເປັນການດັ່ງກ່າວ ໄດ້ຢັ້ງຢືນ ແລະ ແຜ່ຂະຫຍາຍຄຸນຄ່າອັນຍິ່ງໃຫຍ່ຂອງ ມໍລະດົກວັດທະນະທໍາ ເຊິ່ງ ຫງວຽນຢູ ໄດ້ປະໄວ້ໃຫ້ມວນມະນຸດ. ທ່ານ ຫງວຽນຫ໋າຍນາມ, ປະທານຄະນະກໍາມະການປະຊາຊົນ ເມືອງ ງີຊວັນ, ເຊິ່ງເປັນບ້ານເກີດຂອງນັກກະວີ ຫງວຽນຢູ ໃຫ້ຮູ້ວ່າ:

“ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ເຊີດຊູບັນດາຄຸນຄ່າ, ມໍລະດົກ ເຊິ່ງ ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ໄດ້ປະໄວ້ໃຫ້. ພ້ອມທັງເຊື່ອມຕໍ່ວັດທະນະທໍາພາຍໃນປະເທດ ກັບໂລກ. ໃນແຜນຮ່າງກ່ຽວກັບການເສີມຂະຫຍາຍບັນດາຄຸນຄ່າມໍລະດົກຂອງ ຫງວຽນຢູ, ນັກຄົ້ນຄວ້າ, ນັກວັດທະນະທໍາ, ນັກປະຫວັດສາດຫຼາຍທ່ານໄດ້ສະເໜີໃຫ້ ຈັດຕັ້ງ Festival ຫງວຽນຢູ, Festival ຫງວຽນຢູ - Puskin… ເພື່ອແລກປ່ຽນວັດທະນະທໍາພາຍໃນປະເທດ ກັບສາກົນ ແລະ ພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ ແລະ ປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ