ແຂວງ ຮູ​ເປີຍ (ປະ​ເທດ​ຈີນ) ປະ​ກາດ​ມີ​ຜູ້​ເສຍ​ຊີ​ວິດ​ຕື່ມ​ອີກ 93 ຄົນ ຍ້ອນ​ຕິດ​ໄວ​ຣັດ COVID 19

(VOVWORLD) - ຕອນເຊົ້າວັນທີ 18 ກຸມພາ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ,  ປະເທດຈີນ ໄດ້ຢັ້ງຢືນວ່າ ໃນວັນທີ 17 ກຸມພາ, ມີຜູ້ເສຍຊີວິດຍ້ອນ ເຊື້ອ COVID – 19 ຕື່ມອີກ 93 ຄົນ, ຍົກຈຳນວນຜູ້ເສຍຊີວິດຢູ່ສະເພາະແຂວງຮູເປີຍຂຶ້ນເປັນ 1.789ຄົນ. 
ແຂວງ ຮູ​ເປີຍ (ປະ​ເທດ​ຈີນ) ປະ​ກາດ​ມີ​ຜູ້​ເສຍ​ຊີ​ວິດ​ຕື່ມ​ອີກ 93 ຄົນ ຍ້ອນ​ຕິດ​ໄວ​ຣັດ COVID 19 - ảnh 1

ພະນັກງານທາງການແພດສົ່ງຜູ້ຕິດເຊື້ອ COVID-19  ໄປຍັງ ໂຮງໝໍກາງສະໜາມ ຢູ່ແຂວງຮູເປີຍປະເທດຈີນໃນວັນທີ 4 ກຸມພາ 2020 (ພາບ: THX/TTXVN)

ແລະກໍ່ໃນແຈ້ງການດັ່ງກ່າວ, ແຂວງຮູເປີຍໄດ້ຢັ້ງຢືນ ວ່າມີ 1.807 ກໍລະນີຕິດເຊື້ອ COVID - 19, ຍົກຈຳນວນກໍລະນີຜູ້ຕິດເຊື້ອຢູ່ແຂວງນີ້ຂຶ້ນເປັນ 59.989 ຄົນ. ໃນຂະນະນັ້ນ, ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍຢູ່ແຂວງຮູເປີຍໃນປັດຈຸບັນແມ່ນ 7.862 ຄົນ. ຕາມຂໍ້ມູນທີ່ໄດ້ປະກາດຢູ່ແຂວງຮູ້ເປີຍ, ຈຳນວນຜູ້ເສຍຊີວິດຢູ່ຈີນປະຈຸບັນໄດ້ເພີ່ມຂຶ້ນແມ່ນ 1.863 ຄົນ.

ຢູ່ກອງປະຊຸມຖະແຫຼງຂ່າວໃນວັນທີ 17 ກຸມພາ, ທ່ານນາງ Sun Yanrong, ຮອງຜູ້ອຳນວຍການສູນພັດທະນາເຕັກໂນໂລຢີຊີວະສາດ ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີຈີນໃຫ້ຮູ້ວ່າ:  Chloroquine Phosphate - ຊຶ່ງແມ່ນຢາຕ້ານໄຂ້ຍຸງຊະນິດໜຶຶ່ງ, ມີປະສິດທິຜົນຢ່າງຈະແຈ້ງໃນການປິ່ນປົວພະຍາດອັກເສບປອດ COVID – 19. ຕາມທ່ານນາງ Sun Yanrong ແລ້ວ, ບັນດານັກຊ່ຽວຊານສາທາລະນະສຸກ ໄດ້ເຫັນດີເປັນເອກະພາບຈະນຳໃຊ້ຢາ Chloroquine Phosphate ເຂົ້າ ປິ່ນປົວ COVID - 19 ແລະ ຈະນຳຢາດັ່ງກ່າວເຂົ້າທຳການທົດລອງ ໂດຍໄວ.

ໃນເຫດການທີ່ກ່ຽວຂ້ອງ, ມີກຸ່ມນັກຊ່ຽວຊານລວມຂອງ ຈີນ ແລະ ອົງການອະນາໄມໂລກ (WHO) ຈະໄປ ປັກກິ່ງ, ແຂວງ ກວາງຕຸງ ແລະ ແຂວງ ຊືຈວານ ເພື່ອ ກວດກາສະພາບການຕົວຈິງຂອງວຽກງານປ້ອງກັນ, ຕ້ານ ແລະ ຄວບຄຸມເຊື້ອພະຍາດອັກເສບປອດ COVID -19

ຕອບກັບ

ຂ່າວ/ບົດ​ອື່ນ