ແຂວງ​ກ່າ​ເມົາ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ

(VOVWORLD) -ແຂວງກ່າເມົາຈະຈັດຕັ້ງ “ບັນດາເຫດການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແຂວງກ່າເມົາ ປີ 2020”. 

ແຂວງ​ກ່າ​ເມົາ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ - ảnh 1ກອງປະຊຸມຖະແຫຼງຂ່າວ ການຈັດຕັ້ງບັນດາເຫດການສົ່ງເສີມການຄ້າ ແລະ ການທ່ອງທ່ຽວ

(ພາບ: baocamau.com.vn)

ບັນດາເຫດການມີການເຂົ້າຮ່ວມຂອງຫົວໜ່ວຍ, ວິສາຫະກິດຫຼາຍແຫ່ງ ທີ່ມາຈາກຫຼາຍປະເທດໃນໂລກ, ທີ່ກອງປະຊຸມຖະແຫຼງຂ່າວ ເຊິ່ງໄດ້ດຳເນີນໃນວັນທີ 30 ພະຈິກ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ການເຄື່ອນໄຫວພົ້ນເດັ່ນໃນ “ບັນດາເຫດການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແຂວງກາເມົາ ປີ 2020” ແມ່ນກອງປະຊຸມເຊື່ອມຕໍ່ ພົວພັນການແລກປ່ຽນການຄ້າ ຫວຽດນາມ. ການເຄື່ອນໄຫວນີ້ມີການເຂົ້າຮ່ວມຂອງບັນດາຜູ້ທີ່ມາຈາກຂອງ 20 ສະຖານທູດ, ອົງການຈັດຕັ້ງສົ່ງເສີມການຄ້າ ແລະ ວິສາຫະກິດຕ່າງປະເທດຫຼາຍແຫ່ງທີ່ພວມເຄື່ອນໄຫວຢູ່ ຫວຽດນາມ. ທ່ານ ເຈົາກົງບັ່ງ, ຮອງຫົວໜ້າພະແນກກະສິກຳ - ພັດທະນາຊົນນະບົດ ກ່າເມົາໃຫ້ຮູ້ວ່າ:

ຂະແໜງກຸ້ງແມ່ນຂະແໜງປາຍແຫຼມຂອງແຂວງ. ເຫດການນີ້ໄດ້ຮັບຄວາມສົນໃຈທີ່ສຸດຈາກການນຳແຂວງເພື່ອຊອກຫາກາລະໂອກາດໃນການລົງທຶນໃຫ້ດີທີ່ສຸດ ເພື່ອພັດທະນາຂະແໜງກຸ້ງໃນໄລຍະຈະມາເຖິງ. ໃນນັ້ນ, ການເຄື່ອນໄຫວສົ່ງເສີມການລົງທຶນ, ໂຄສະນາບັນດາຜະລິດຕະພັນຂະແໜງກຸ້ງ, ຜະລິດຕະພັນສົ່ງອອກແບບພິເສດກໍ່ໄດ້ວາງສະແດງ, ແນະນຳທີ່ເຫດການ.

        ເຫດການມີ 6 ການເຄື່ອນໄຫວຕົ້ນຕໍ, ເຊິ່ງຈະດຳເນີນໃນລະຫວ່າງ ວັນທີ 3 – 5 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ