ແຂວງຈ່າວິງໂຄສະນາກັບວິສາຫະກິດສິງກະໂປກາລະໂອກາດລົງທຶນເຂົ້າບັນດາເຂດອຸດສາຫະກຳຈຸດສຸມ

ແຂວງຈ່າວິງໂຄສະນາກັບວິສາຫະກິດສິງກະໂປກາລະໂອກາດລົງທຶນເຂົ້າບັນດາເຂດອຸດສາຫະກຳຈຸດສຸມ - ảnh 1
ກອງ​ປະ​ຊຸມ​ສົ​່​ງ​ເສີມ​ການ​ລົງ​ທຶນ​
(ພາບ: Vietnam+)

(vovworld) - ​ທີ່​ກອງ​ປະ​ຊຸມ​ສົ​່​ງ​ເສີມ​ການ​ລົງ​ທຶນ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 23/03, ຢູ່​ສິງ​ກະ​ໂປ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຈ່າ​ວິງ ດົ່ງ​ວັນ​ເລີມ ໃຫ້​ຮູ້​ວ່າ, ບັນ​ດາ​ຂົງ​ເຂດ​ເຊິ່ງ​ແຂວງ​ປາດ​ຖະ​ໜາ​ຢາກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສິງ​ກະ​ໂປ ພິ​ຈາ​ລ​ະ​ຈາ​ລົງ​ທຶນ​ລວມ​ມີ: ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ສາງພັກສິນ​ຄ້າ, ​ຮາກ​ຖານ​ກັນ​ຕອງ​ນ້ຳ​ມັນ… ພິ​ເສດ, ການ​ນຳ​ແຂ​ວງ​ຈ່າ​ວິງ ຫວັງ​ວ່າ​ຈະ​ມີ​ກາ​ລະ​ໂອ​ກາດພ້ອມ​ກັບ​ກຸ່ມ​ບໍ​ລິ​ສັດ Sembcorp ຮ່ວມມ​ື​ກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ຕົວ​ເມືອງ ແລະ ກາ​ນ​ບໍ​ລິ​ການ​ຫວຽດ​ນາມ - ສິງ​ກະ​ໂປ (VSIP) ​ແຫ່ງທຳ​ອິດ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງຕອນ​ໃຕ້​ຫວຽດ​ນາມ ຢູ່​ແຂວງ​ຈ່າ​ວິງ. ​ວິ​ສາ​ຫະ​ກິດ​ສິງ​ກະ​ໂປ​ ຫຼາຍ​ແຫ່ງ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ຂົງ​ເຂດ​ຄື: ການ​ລົງ​ທຶນ​ພື້ນ​ຖານ​ໂຄ​ງ​ລ່າງ, ທ່າກ​່ຳ​ປັ່ນ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ… ໃນ​ບໍ​ລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ