ແຂວງບີງເຢືອງສຸມໃສ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຊາວອອກແຮງງານຢູ່ບັນດາເຂດອຸດສາຫະກຳ

ແຂວງບີງເຢືອງສຸມໃສ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຊາວອອກແຮງງານຢູ່ບັນດາເຂດອຸດສາຫະກຳ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ລົງ​ສຳ​ຫລວດ
ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງກຳມະກອນແຂວງ ບີ​ງ​ເຢືອງ
(ພາບ: ດີ່ງນາມ)

(vovworld) - ວັນ​ທີ 28/06 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໄດ້​ລົງ​ສຳ​ຫລວດສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງກຳມະກອນ, ຊາວ​ຜູ້ອອກ​ແຮງ​ງານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ແຂວງ ບີ​ງ​ເຢືອງ. ຢ້ຽມຢາມ​ຖາມ​ຂ່າວ​ກຳມະກອນ​ໂຮງ​ຈັກ​ໂຮງງານ ຊາວ​ຫວຽ​ດ, ບໍລິສັດ​ຫຸ້ນ​ສ່ວນ​ຕັດຫຍິບ ບີ​ງ​ເຢືອງ, ບໍລິສັດ Shyang Hung Cheng. ທ່ານ​ຮອງ​ນາຍ​ົກ ລັດຖະມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ: ລັດຖະບານ ຍາ​ມ​ໃດ​ກໍເອົາ​ໃຈ​ໃສ່​ເຖິງຊີວິດ​ການ​ເປັນ​ຢູ່​ຂອງ​ກຳມະກອນ, ຊາວຜູ້​ອອກ​ແຮງ​ງານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ ມີ​ແຂວງ ບີ​ງ​ເຢືອງ; ພ້ອມ​ທັງ​ໃຫ້​ຮູ້​ວ່າ: ການ​ສຳ​ຫລວດ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ, ນະ​ໂຍບາຍ​ສ້າງ​ແຜນ​ຮ່າງ​ເບິ່ງ​ແຍງ​ດູ​ແລ​ໃຫ້​ກຳມະກອນ, ຊາວຜູ້​ອອກ​ແຮງງານ​ຢູ່​ບັນ​ດາ​ເຂດ​ອຸດສາຫະກ​ຳນັບ​ມື້​ນັບ​ລະອຽດ ​ແລະ ​ແທດ​ຈິງ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບີ​ງ​ເຢືອງ ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູດຶກ​ດາມ ສະ​ເໜີ​ອຳນາດ​ການ​ປົກຄອງ​ກໍ່​ຄື​ບັນດາ​ກະຊວງ, ຂະ​ແໜງ​ການ​ສຸມ​ໃສ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ກຳມະກອນກ່ວາ​ອີກ ພິ​ເສດ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ເຮືອນ​ຢູ່, ຮາກ​ຖານການກວດປິ່ນປົວພະຍາດ, ສ້າງ​ເຮືອ​ນລ້ຽງ​ເດັກ, ​ໂຮງອະນຸບານ​ໃຫ້​ລູກຫຼານກຳມະກອນ​ເຂດ​ອຸດສາ​ຫະກ​​ຳ.

 

 

ຂ່າວ/ບົດ​ອື່ນ