ແຂວງຫວີງລອງຮ່ວມມືກັບວິສາຫະກິດອິດສະຣາແອນໃນດ້ານກະສິກຳເຕັກໂນໂລຢີສູງ

ແຂວງຫວີງລອງຮ່ວມມືກັບວິສາຫະກິດອິດສະຣາແອນໃນດ້ານກະສິກຳເຕັກໂນໂລຢີສູງ - ảnh 1
ປາໄນ Koi
(ພາບ: Anh Tuấn/Vietnam+)

(vovworld) –  ນັບ​ແຕ່​ວັນ​ທີ 6/1, ​ແຂວງ ຫວີງ​ລອງ ​ໄດ້​ຜັນ​ຂະ​ຫຍາ​ຍ​ແຜນການ​ຮ່ວມ​ມື​ກັບ​ກຸ່ມ​ບໍລິສັດ Dagan (ຂອງ​ອິດສະຣາ​ແອນ) ​ໃນ​ຂົງ​ເຂດ​ກະສິກຳ. ຕາມ​ນັ້ນ​​ແລ້ວ, ​​ແຜນການໄດ້​ສຸມ​ໃສ່​ຖ່າຍ​ທອດ​​ດ້ານ​ເຕັກນິກ​​ໃນ​ການ​ຜະລິດກະສິກຳ​ດ້ວຍເຕັກ​ໂນ​ໂລ​ຢີສູງ ​ແລະ ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ລະຫວ່າງ​ສູນ​ແນວ​ພັນ​ປູກ​ກະສິກຳ​ ຫວີງລອງ ​ແລະ ບໍລິສັດ​ ​ບໍລິການ​ການ​ຄ້າ​ຜະລິດປະຊາ​ຄົມ Koi ​ໃນ​ການ​ຮ່ວມ​ມື​ພັດທະນາ​ການລ້ຽງປາ​ໄນ Koi ຈຳກັດ. ພ້ອມ​ກັບ​ການ​ຮ່ວມ​ມື​ກັບ​​ໂຄງການ​ຜະລິດ​ປາ​ໄນ Koi ​​​ສົ່ງ​ອອກ, ​ແຂວງຫວິີງລອງ​ຍັງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ກຸ່ມ​ບໍລິສັດ Dagan (ອິດສະຣາ​ແອນ) ​ໃນ​ການ​ສຳ​ຫຼວດບັນດາ​ເຂດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ລ້ຽງປູກສິນ​ໃນ​ນຳ້​ຢູ່​ທ້ອງ​ຖິ່ນ, ໜູນ​ຊ່ວຍ​ຂະ​ແໜງ​ກະສິກຳ​ສ້າງບົດ​ວິພາກ​ເສດຖະກິດ​ດ້ານເຕັກນິກ, ຮູບ​ແບບ​ທີ່ດີ​ເດ​ັ່ນ ​ແລະ ສ້າງ​ຕັ້ງ​ເຂດ​ອຸດສາຫະກຳ​ກະສິກຳ​ດ້ວຍເຕັກ​ໂນ​ໂລ​ຢີສູງ.


ຕອບກັບ

ຂ່າວ/ບົດ​ອື່ນ