ແຂວງເຊີນລາໄຂງານວາງສະແດງຮູບແຕ້ມ, ຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ

(VOVWORLD) - ຕອນເຊົ້າ ວັນທີ 7 ມີນາ, ກົມການເມືອງກອງທັບເຮືອ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເຊີນລາ
ແຂວງເຊີນລາໄຂງານວາງສະແດງຮູບແຕ້ມ, ຮູບຖ່າຍກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ - ảnh 1 ພິທີໄຂງານວາງສະແດງ ດ້ວຍຫົວຂໍ້ວ່າ “ ເຊີນລາຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາອະທິປະໄຕຊາຍແດນ - ທະເລ - ໝູ່ເກາະ ຂອງປະເທດຊາດ

ຈັດຕັ້ງພິທີໄຂງານວາງສະແດງ ດ້ວຍຫົວຂໍ້ວ່າ “ ເຊີນລາຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາອະທິປະໄຕຊາຍແດນ - ທະເລ - ໝູ່ເກາະ ຂອງປະເທດຊາດ ”. ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນ, ຮູບພາບເກືອບ 200 ຢ່າງ, ປະກອບສ່ວນຂໍ້ມູນຂ່າວສານ, ໂຄສະນາໃຫ້ພະນັກງານ, ນັກຮົບ ແລະ ບັນດາປະຊາຊົນທຸກຊັ້ນວັນນະ ຮັບຮູ້ຢ່າງເລິກເຊິ່ງກວ່າ ກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ງານວາງສະແດງ ນອນໃນບັນດາການເຄື່ອນໄຫວພົບປະແລກປ່ຽນ, ລົງນາມໃນລາຍການສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະ ລະຫວ່າງເຫຼົ່າທັບກອງທັບເຮືອ ກັບ ແຂວງເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ