ແຂວງແຄ໋ງຮ່ວາ:ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍໝູ່ເກາະເຈື່ອງຊາ

ແຂວງແຄ໋ງຮ່ວາ:ສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍໝູ່ເກາະເຈື່ອງຊາ - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ຊຸມ​ວັນ​ນີ້, ກອງ​ທັບ ແລະ ປະ​ຊາ​ຊົນ ເມືອງ​ເກາະ ເຈື່ອງ​ຊາ, ແຂ​ວງ ແຄ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີ​ມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ໝູ່​ເກາະ ເຈື່ອງ​ຊາ (29/4/1975 – 29/4/2015). ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ເຈື່ອງ​ຊາ ໄດ້​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ຢູ່​ເກາະແຫ່ງ​ຕ່າງໆ, ບັນ​ດາ​ກົມ​ກອງ​ກໍ່​ສະ​ເຫຼີມ​ສະຫຼອງ​​ບັນ​ດາ​ເຫດ​ການໃຫຍ່​ຄື: ປົດ​ປ່ອຍ ເຈື່ອງ​ຊາ, ປົດ​ປ່ອຍ​ພາກ​ໃຕ້ - ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ເຫຼົ່າ​ທັບ​ເຮືອ… ການ​ເຄື່ອນ​ໄຫວ​ໂຮມ​ຊຸມ​ນຸມ​​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ບັນ​ດາ​ຕາ​ແສງ ແລະ ເທດ​ສະ​ບານ​ເມືອງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຄະ​ນະ​ປະ​ຕິ​ບັດ​ງານ​ຈາກ​ດິນ​ຕໍ່​ແຜ່ນ, ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ທ້ອງ​ຖິ່ນ ກໍ່​ຄື​ບັນ​ດາ​ພະ​ສົງຢູ່​ທີ່ນີ້ຫຼາຍ​ຄະ​ນະ.

 


ຂ່າວ/ບົດ​ອື່ນ