ແຜນການຜັນຂະຫຍາຍມະຕິເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

(VOVWORLD) -ເປົ້າໝາຍຂອງແຜນການແມ່ນກຳນົດໜ້າທີ່ຄວາມຮັບຜິດຊອບ, ຈັດແບ່ງໜ້າທີ່ວຽກງານໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການທີ່ຂຶ້ນກັບລັດຖະບານ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດມະຕິຢ່າງທັນການ.
ແຜນການຜັນຂະຫຍາຍມະຕິເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ - ảnh 1(ພາບປະກອບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ເປົ້າໝາຍຂອງແຜນການແມ່ນກຳນົດໜ້າທີ່ຄວາມຮັບຜິດຊອບ, ຈັດແບ່ງໜ້າທີ່ວຽກງານໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການທີ່ຂຶ້ນກັບລັດຖະບານ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດມະຕິຢ່າງທັນການ, ຄົບຊຸດ, ເປັນເອກະພາບ ແລະ ມີປະສິດທິຜົນ.

        ຕາມແຜນການແລ້ວ, ບັນດາກະຊວງ, ຂະແໜງການຕາມພາລະບົດບາດໜ້າທີ່ຄຸ້ມຄອງປະຕິບັດການກວດກາ, ສຳຫຼວດກວດກາ, ຄົ້ນຫາບັນດາເອກະສານດ້ານກົດໝາຍທີ່ບໍ່ເໝາະສົມ ຫຼື ໄປຝືນກັບຂໍ້ກຳນົດຂອງມະຕິຢ່າງທັນການ, ສະເໜີໃຫ້ຂັ້ນທີ່ມີສິດຕົກລົງ ຫຼື ຂຶ້ນກັບສິດປັບປຸງ, ເພີ່ມເຕີ່ມ, ຍົກເລີກ, ປະກາດໃຊ້ເອກະສານປ່ຽນແທນເພື່ອຮັບປະກັນຄວາມເປັນເອກະພາບ, ຄົບຊຸດ, ເໝາະສົມກັບມະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ