ແລກ​ປ່ຽນ​​ປະ​ສົບ​ການ​ກ່ຽວ​ກັບ​ວຽກ​ງານ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ລາວ

(VOVWORLD) -ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ  ເປັນປະທານຮ່ວມກອງປະຊຸມສຳມະນາແລກປ່ຽນປະສົບການກ່ຽວກັບວຽກງານລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດລາວ.

ແລກ​ປ່ຽນ​​ປະ​ສົບ​ການ​ກ່ຽວ​ກັບ​ວຽກ​ງານ​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວາ ໃນອາຍຸການຜ່ານມາ, ສະພາແຫ່ງຊາດສອງປະເທດໄດ້ຈັດກອງປະຊຸມສຳມະນາສະເພາະກິດ 8 ຄັ້ງ ໃນນັ້ນມີ 4 ຄັ້ງໂດຍປະທານສະພາແຫ່ງຊາດ ສອງປະເທດ ເປັນປະທານຮ່ວມ

ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາຄະນະກຳມະທິການກໍ່ຄືອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຈະສືບຕໍ່ພົບປະກັນ, ແລກປ່ຽນ ປະສົບການເພື່ອໃຫ້ສະພາແຫ່ງຊາດລາວ ຍົກສູງ ຄຸນນະພາບການເຄື່ອນໄຫວໃນວຽກງານນິຕິກຳ, ຕິດຕາມກວດກາ ກ່ວາອີກ ແລະ ຕັດສິນບັນດາບັນຫາສຳຄັນຕ່າງໆ.

ທີ່ກອງປະຊຸມສຳມະນາ, ບັນດາສະມາຊິກຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນຄື: ກົນໄກຮັບ ບັນດາຄວາມຮ້ອງທຸກຮ້ອງຟ້ອງຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ