​ໂຄງການ​ດໍາ​ເນີນງານຂອງລັດຖະບານຫວຽດນາມຍົກສູງປະສິດທິຜົນການຮ່ວມມືລົງທຶນ​ຈາກ​ຕ່າງ​ປະ​ເທດ

(VOVWORLD) -ລັດຖະບານຫວຽດນາມຫາກໍ່ປະກາດໃຊ້ມະຕິກ່ຽວກັບໂຄງການດໍາເນີນງານຂອງລັດຖະບານໃນການປະຕິບັດມະຕິ ລົງວັນທີ 20 ສິງຫາປີ 2019 ຂອງກົມການເມືອງກ່ຽວກັບການກຳນົດທິດສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລົງທຶນຈາກຕ່າງປະເທດເຖິງປີ 2030.

ມະຕິຂອງລັດຖະບານໄດ້ກຳນົດວ່າ ເພື່ອສ້າງລະບອບລະບຽບການ, ນະໂຍບາຍ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລົງທຶນຈາກ ຕ່າງປະເທດ ເຖິງປີ 2030, ໄລຍະຈະມາເຖິງ, ຄຽງຄູ່ກັບບັນດາໜ້າທີ່ເປັນປະຈຳແລ້ວ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງຕ້ອງຫັນເປັນລະອຽດແລະຈັດຕັ້ງຜັນຂະຫຍາຍການປະຕິບັດບາງໜ້າທີ່. ນັ້ນແມ່ນ: ປ່ຽນແປງໃໝ່, ຍົກສູງຄວາມຮັບຮູ້, ຈິນຕະນາການແລະເປັນເອກະພາບໃນການກະທຳ; ເພີ່ມທະວີການຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມແລະເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປັບປຸງສະພາບເວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ; ສ້າງລະບອບລະບຽບການ, ນະໂຍບາຍລວມກ່ຽວກັບການລົງທຶນຈາກຕ່າງປະເທດ; ສ້າງລະບອບລະບຽບການ, ນະໂຍບາຍດຶງດູດການລົງທຶນໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ