ໂຄສະນາພາບພົດຫວຽດນາມຢູ່ອາກຊັງຕິນ

ໂຄສະນາພາບພົດຫວຽດນາມຢູ່ອາກຊັງຕິນ - ảnh 1
ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ​ຢູ່ອາ​ກ​ຊັງ​ຕິນ
(ພາບ: vietnamplus.vn)

(vovworld) - ​ວັນ​ທີ 21/10, ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ອາ​ກ​ຊັງ​ຕິນ - ຫວຽດ​ນາມ (ICAV) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳອາ​ກ​ຊັງ​ຕິນ ຈັດ​ຕັ້ງ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ກັບ​ບັນ​ດາ​ນັກ​ສຶກ​ສາ​ໂຮງ​ຮຽນ​ສຶກ​ສາ​ເຕັກ​ນິກ ຢູ່​ແຂວງ Buenos Aires.

        ເປີດ​ສາກ​ການ​ໂອ້​ລົ​ມ​ສົນ​ທະ​ນາ, ບັນ​ດາ​ນັກ​ສຶກ​ສາ ແລະ ຄ​ູ​ອາ​ຈານ ​ທີ່​ເຂົ້​າ​ຮ່ວມ​ລາຍ​ການ​ໄດ້​ຊົມ​ຮູບ​ເງົາ​ສັ້ນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ Buenos Aires ໄດ້​ທົບ​ທວນ​ຄື​ນ​ໄລ​ຍະ​ທາງ​ປະ​ຫວັດ​ສາດ​ຕ່ໍ່​ສູ້​ປົດ​ປ່ອຍ​ຍາດ​ເອົາ​ເອ​ກະ​ລາ​ດ​ມາ​ໃຫ້​ປະ​ເທດ​ຊາດ, ຊີ້​ອອກ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫຼັງທີ່​ຮ້າຍ​ແຮງ​ຂອງ​ທາດ​ພິດ​ສີ​ສົ້ມ​ ສຳ​ລັບ​ຫຼາຍ​ຄອບ​ຄົວ​; ພ້ອມ​ທັງ​ໂຄ​ສະ​ນາ​ກ່ຽວ​ກັບ​ຫວຽດ​ນາມ ໃນ​ປະ​ຈຸ​ບັນ, ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ໃນ​ອະ​ນາ​ຄົ​ດ. ສິ້ນ​ສຸດ​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ນັກ​ສຶກ​ສາ ແລະ ແຂກ​ຖືກ​ເຊີນ ໄດ້​ຢ້ຽມ​ຊົມ​ບັນ​ດາ​ພາບ​ຖ່າຍ​ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ມີ​ຊື່​ສຽ​ງ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ