ໂທ​ລະ​ເລກອວຍ​ພອນ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕ​ັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ມາ​ເລ​ເຊຍ ຄົບ​ຮອບ 50 ປີ

(VOVWORLD) -ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມາເລເຊຍ ຄົບຮອບ 50 ປີ (30/03/1973 – 30/03/2023). 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມາເລເຊຍ ຄົບຮອບ 50 ປີ (30/03/1973 – 30/03/2023), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກອວຍພອນເຖິງ ກະສັດ Al – Sultan  Abdullah; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ Dato’ Seri Anwar Bin Ibrahim; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສົ່ງໂທລະເລກອວຍພອນເຖິງ ທ່ານປະທານສະພາສູງ Tan Sri Dato’ Seri Utama Dr.Rais Yatim ແລະ ທ່ານປະທານສະພາຕ່ຳ Dato’ Johari bin Abdul.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ Zambry Abdul Kadir ໄດ້ອອກຖະແຫຼງການສື່ມວນຊົນຮ່ວມ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ