ໂລ​ກ​ລະ​ບາດ Covid – 19 ກໍ່​ຜົ​ນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ເຖິງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງຫຼາຍ​ປະ​ເທດ

(VOVWORLD) - ໃນວັນທີ 1 ມິຖຸນາ, ບັນດາບໍລິສັດນາຍໜ້າຂອງ ສ.ເກົາຫຼີ ຄາດວ່າ ໃນໄຕມາດທີ II/2020, ລາຍຮັບຂອງບັນດາອົງການຈັດຕັ້ງການທ່ອງທ່ຽວແຖວໜ້າຂອງປະເທດນີ້ ຈະຫຼຸດລົງຢ່າງແຮງ ຍ້ອນໂລກລະບາດ Covid – 19. 

ໃນເດືອນເມສາ 2020, ມີແຂກທ່ອງທ່ຽວ ສ.ເກົາຫຼີ ໄປທ່ອງທ່ຽວຢູ່ຕ່າງປະເທດແມ່ນ 31.425 ຄົນ , ຫຼຸດລົງກ່ວາ 98.6%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໃນຂະນະນັ້ນ, ມີ ແຂກທ່ອງທ່ຽວຊາວຕ່າງປະເທດ ທີ່ມາທ່ອງທ່ຽວຢູ່ ສ.ເກົາຫຼີ ບັນລຸ່ພຽງແຕ່ໄດ້ ເກືອບ 291.000 ຄົນ, ກໍ່ຫຼຸດລົງ 98% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.

ແລະກໍ່ໃນວັນດຽວກັນ, ຫ້ອງການສະຖິຕິແຫ່ງຊາດ ແອັດສະປາຍ (INE) ໃຫ້ຮູ້ວ່າ ບໍ່ມີ ແຂກທ່ອງທ່ຽວຊາວຕ່າງປະເທດຈັກຄົນທີ່ມາປະເທດນີ້ໃນຮອບເວລາ 4 ເດືອນທີ່ຜ່ານມາ ຍ້ອນຜົນກະທົບຂອງ ຄຳສັ່ງປິດເມືອງ ເພື່ອແນໃສ່ ສະກັດກັ້ນການແຜ່ລາມຂອງໂລກລະບາດ Covid -19.

        ຢູ່ການາດາ, ທ່ານ Melaine Joly ລັດຖະມົນຕີກະຊວງພັດທະນາເສດຖະກິດໄດ້ປະກາດວ່າ ບ້ວງເງິນ 30 ລ້ານ CAD (ເກືອບ 22 ລ້ານ USD) ຕາມແຜນການເບື້ອງຕົ້ນແມ່ນໄດ້ນຳໃຊ້ເພື່ອດຶງດູດແຂກທ່ອງທ່ຽວສາກົນ, ປັດຈຸບັນຈະໄດ້ນຳໃຊ້ເພື່ອໜູນຊ່ວຍບັນດາລັດ ແລະ ເຂດແຄ້ວນ ໃນຍຸດທະສາດສົ່ງເສີມປະຊາຊົນໄປທ່ອງທ່ຽວ ແລະ ຄົ້ນຫາບັນດາທັດສະນີຍະພາບພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ