ໂລກລະບາດ Covid-19 ສົ່ງຜົນກະທົບຫລາຍດ້ານຕໍ່ໂລກ

(VOVWORLD) - ວັນທີ 04 ມີນາ, ກອງປະຊຸມບັນດາການນຳດ້ານການເງິນກຸ່ມບັນດາພື້ຶ້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ພັດທະນາແຖວໜ້າໂລກ (G20) ໃຫ້ຮູ້ວ່າ: ຈະປ່ຽນແປງແຜນການຈັດກອງປະຊຸມຢູ່ ວໍຊິງຕັນ (ອາເມລິກາ) ໃນກາງເດືອນ ເມສາ ມາເປັນກອງປະຊຸມອອນລາຍ ຍ້ອນເຊື້ອພະຍາດອັກເສບປອດ Covid-19. 
ໂລກລະບາດ Covid-19 ສົ່ງຜົນກະທົບຫລາຍດ້ານຕໍ່ໂລກ - ảnh 1ໂລກລະບາດ Covid-19 ສົ່ງຜົນກະທົບຫລາຍດ້ານຕໍ່ໂລກ (ພາບປະກອບ/ AFP/TTXVN

ແລະກໍ່ໃນວັນດຽວກັນ, ທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF) ກໍ່ໃຫ້ຮູ້ວ່າ: ເຂົາເຈົ້າໄດ້ຕັດສິນໃຈດຳເນີນບັນດາກອງປະຊຸມລະດູບານໃໝ່ຂອງຕົນໂດຍຜ່ານການຖ່າຍທອດສົດ, ແທນທີ່ຈະພົບປະໂດຍກົງຢູ່ ວໍຊິງຕັນ ຄືທຸກໆປີ, ຍ້ອນຄວາມກັງວົນກ່ຽວກັບໄວຣັດທີ່ພວມແຜ່ລະບາດຢ່າງກ້ວາງຂວາງໃນໂລກ.

        ແລະໃນວັນດຽວກັນ, ທ່ານ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ກໍ່ກ່າວເຕືອນກ່ຽວກັບໂລກລະບາດ Covid-19 ວ່າມີ “ຄວາມສ່ຽງຢ່າງຮ້າຍແຮງ” ຈະເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຫລຸດລົງຕ່ຳກ່ວາລະດັບ 2,9% ຂອງປີ 2019 ຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ