ໂລກ​ລະ​ບາດ​ໂຄວິດ-19: WHO ກ່າວ​ເຕືອນຖ້າບັນ​ດາ​ປະ​ເທດ​ເປີດ​ປະ​ຕູ​ໂດຍ​ຂາດ​ການ​ຄວບ​ຄຸມຈະ​ເຮັດ​ໃຫ້ໄພ​ພິ​ບັດ​ເກິດ​ຂຶ້ນ

(VOVWORLD) - ທ່ານ Ghebreyesus ກໍ່ຖືວ່າ ການເຄື່ອນໄຫວອອກໃບອະນຸຍາດສຸກເສີນສຳລັບບັນດາວັກຊິນປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ຕ້ອງໄດ້ຮັບຄວາມເອົາໃຈໃສ່ພິເສດ, ດ້ວຍການປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງຄິດໄລ່ຊັ່ງຊາຢ່າງຮອບຄອບ.
ໂລກ​ລະ​ບາດ​ໂຄວິດ-19: WHO ກ່າວ​ເຕືອນຖ້າບັນ​ດາ​ປະ​ເທດ​ເປີດ​ປະ​ຕູ​ໂດຍ​ຂາດ​ການ​ຄວບ​ຄຸມຈະ​ເຮັດ​ໃຫ້ໄພ​ພິ​ບັດ​ເກິດ​ຂຶ້ນ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO (ພາບ: TTXVN) 

ໃນວັນທີ 31 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ ອົງການນີ້ໄດ້ຮຽກຮ້ອງໃຫ້ບັນດາປະເທດຮັກສາບັນດາມາດຕະການຈຳກັດແນໃສ່ຮັບມືກັບໂລກລະບາດໂຄວິດ-19, ພ້ອມທັງຖືວ່າ ເລື່ອງເປີດປະຕູໂດຍຂາດການຄວບຄຸມຕໍ່ໜ້າການແຜ່ລະບາດຂອງໄວຣັດ SARS-CoV-2 ຈະ“ເຮັດໃຫ້ໄພພິບັດເກີດຂຶ້ນ”. ນອກຈາກນັ້ນ, ທ່ານ Ghebreyesus ກໍ່ຖືວ່າ ການເຄື່ອນໄຫວອອກໃບອະນຸຍາດສຸກເສີນສຳລັບບັນດາວັກຊິນປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ຕ້ອງໄດ້ຮັບຄວາມເອົາໃຈໃສ່ພິເສດ, ດ້ວຍການປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງຄິດໄລ່ຊັ່ງຊາຢ່າງຮອບຄອບ.

ຕອບກັບ

ຂ່າວ/ບົດ​ອື່ນ