ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ອົດສະຕາລີ, ສ.ເກົາຫຼີ, ອິນເດຍ

(VOVWORLD) - ຜູ້ວ່າການລັດ New South Wales ທ່ານ Gladys Berejklian ຮຽກຮ້ອງໃຫ້ປະຊາຊົນບໍ່ຄວນອອກເຮືອນໃນຕອນຄ່ຳ ຫຼື ໃນຊຸມມື້ທີ່ຈະມາເຖິງຖ້າບໍ່ມີຄວາມຈຳເປັນ.

ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ອົດສະຕາລີ, ສ.ເກົາຫຼີ, ອິນເດຍ - ảnh 1ເປັນມື້ທີ 4 ຢ່າງລຽນຕິດທີ່ ສ.ເກົາຫຼີ ມີຜູ້ຕິດໂລກລະບາດໂຄວິດ-19 ລາຍໃໝ່ກວ່າ 1.000 ຄົນ

(ພາບປະກອບ: THX/TTXVN)

ມີປະຊາຊົນປະມານ 250.000 ຄົນທີ່ດຳລົງຊີວິດຢູ່ເຂດແຄມທະເລທາງທິດເໜືອນະຄອນ Sydney, ເຊິ່ງແມ່ນນະຄອນມີພົນລະເມືອງຫຼາຍທີ່ສຸດຂອງອົດສະຕາລີ, ຖືກປິດລ້ອມຢ່າງເຄັ່ງຄັດນັບແຕ່ວັນທີ 19 ຈົນຮອດວັນທີ 23 ທັນວາ. ວັນທີ 20 ທັນວາ, ອຳນາດການປົກຄອງຈະຕົກລົງວ່າ ຕ້ອງປິດລ້ອມທົ່ວນະຄອນນີ້ຫຼືບໍ່. ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນທີ 19 ທັນວາ, ຜູ້ວ່າການລັດ New South Wales ທ່ານ Gladys Berejklian ຮຽກຮ້ອງໃຫ້ປະຊາຊົນບໍ່ຄວນອອກເຮືອນໃນຕອນຄ່ຳ ຫຼື ໃນຊຸມມື້ທີ່ຈະມາເຖິງຖ້າບໍ່ມີຄວາມຈຳເປັນ.

        ໃນຂະນະນັ້ນ, ຢູ່ສ.ເກົາຫຼີ, ອົງການປ້ອງກັນ ແລະ ຄວບຄຸມໂລກລະບາດ (KDCA) ໄດ້ແຈ້ງໃຫ້ຊາບວ່າ ເປັນມື້ທີ 4 ຢ່າງລຽນຕິດທີ່ມີຜູ້ຕິດໂລກລະບາດໂຄວິດ-19 ລາຍໃໝ່ກວ່າ 1.000 ຄົນ. ນີ້ແມ່ນຄັ້ງທຳອິດ 4 ມື້ຢ່າງລ້ຽນຕິດມີຈຳນວນຜູ້ຕິດໂລກລະບາດໃນແຕ່ລະວັນຢູ່ສ.ເກົາຫຼີ ລື່ນຕົວເລກ 1.000 ຄົນ.

        ສ່ວນຢູ່ອິນເດຍ, ຈຳນວນຜູ້ຕິດໂລກລະບາດໄດ້ລື່ນກາຍ 10 ລ້ານຄົນ, ສູງອັນດັບທີ 2 ຖັດຈາກອາເມລິກາ ເຖິງວ່າອັດຕາຜູ້ຕິດເຊື້ອມີສັນຍານຫຼຸດລົງໃນຊຸມອາທິດມໍ່ໆມານີ້ກໍ່ຕາມ. ປະຈຸບັນ, ອິນເດຍ ມີຜູ້ຕິດໂລກລະບາດໂຄວິດ- 19 ຮອດ 10 ລ້ານ, ໃນນັ້ນຜູ້ເສຍຊີວິດກວ່າ 145.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ