ໂຮ​ງ​ໝໍ​ກອງ​ທັບສູນ​ກາງ 108 ສູ້​ຊົນ​ພັດ​ທະ​ນາ​ໃຫ້​ທັດ​ທຽມ​ກັບ​ພາກ​ພື້ນ ແລະ ສາ​ກົນ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ ໂຮງໝໍ 108 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍົກສູງລະດັບວິຊາສະເພາະ, ການຄົ້ນຄວ້າວິທະຍາສາດ, ບຳລຸງສ້າງ, ປ່ຽນແປງໃໝ່, ປະດິດຄິດສ້າງ, ໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກວດ, ປິ່ນປົວ ຢ່າງບໍ່ຢຸດຢັ້ງ, ສົມກັບເປັນໂຮງໝໍ, ສູນສາທາລະນະສຸກແຖວໜ້າຂອງກອງທັບ ແລະ ຂອງລັດ, ທັດທຽມກັບພາກພື້ນ ແລະ ສາກົນ. 
ໂຮ​ງ​ໝໍ​ກອງ​ທັບສູນ​ກາງ 108 ສູ້​ຊົນ​ພັດ​ທະ​ນາ​ໃຫ້​ທັດ​ທຽມ​ກັບ​ພາກ​ພື້ນ ແລະ ສາ​ກົນ - ảnh 1ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ (ພາບ:TTXVN)

   ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງໂຮງໝໍສູນກາງກອງທັບ 108 ຄົບຮອບ 70 ປີ (1/4/1951 – 1/4/2021), ວັນທີ 30 ມີນາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ ທ່ານໄດ້ເນັ້ນໜັກວ່າ ຜ່ານ 70 ປີ ແຫ່ງການກໍ່ສ້າງ, ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ, ໂຮງໝໍກອງທັບສູນກາງ 108 ໄດ້ເປັນເຈົ້າການ, ປະດິດຄິດສ້າງ, ຕັ້ງໜ້າຄົ້ນຄວ້າ, ບຳລຸງສ້າງ, ໝູນໃຊ້ຜົນງານວິທະຍາສາດ, ເຕັກໂນໂລຢີທັນສະໄໝ ເພື່ອຍົກສູງຄຸນນະພາບການກວດ, ປິ່ນປົວ, ດູແລສຸຂະພາບໃຫ້ການນຳ, ອະດີດການນຳຂັ້ນສູງຂອງພັກ, ລັດ, ກອງທັບ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພະນັກງານ, ນັກຮົບ ແລະ ປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ ໂຮງໝໍ 108 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍົກສູງລະດັບວິຊາສະເພາະ, ການຄົ້ນຄວ້າວິທະຍາສາດ, ບຳລຸງສ້າງ, ປ່ຽນແປງໃໝ່, ປະດິດຄິດສ້າງ, ໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກວດ, ປິ່ນປົວ ຢ່າງບໍ່ຢຸດຢັ້ງ, ສົມກັບເປັນໂຮງໝໍ, ສູນສາທາລະນະສຸກແຖວໜ້າຂອງກອງທັບ ແລະ ຂອງລັດ, ທັດທຽມກັບພາກພື້ນ ແລະ ສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ