ໃກ້ຈະດຳເນີນກອງປະຊຸມກຸ່ມນັກຊ່ຽວຊານADMM+ກ່ຽວກັບການກະທຳລູກລະເບີດມະນຸດສະທຳຄັ້ງທີ4

ໃກ້ຈະດຳເນີນກອງປະຊຸມກຸ່ມນັກຊ່ຽວຊານADMM+ກ່ຽວກັບການກະທຳລູກລະເບີດມະນຸດສະທຳຄັ້ງທີ4 - ảnh 1
ທ່ານ​ພົນ​ຈັດ​ຕະ​ວາ ​ໂຮ່ບ໋າວີ້ງ ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ

(vovworld) – ​ ​ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ກຸ່ມ​ນັກ​ຊ່ຽວ​ຊານ ADMM+ ກ່ຽວ​ກັບ​ການ​ກະ​ທຳ​ລູກ​ລະ​ເບີດ​ມະ​ນຸດ​ສະ​ທຳ​ຄັ້ງ​ທີ 4 - ນີ້​ແມ່ນ​ຂໍ້​ມູນ​ຂ່າວ​​ຢ່າງ​ເປັນທາງ​ການ​ໂດຍ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໃຫ້​ຮູ້​ວ່າ​ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ​ໂດຍ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 18/10, ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ  ຫວຽດ​ນາມ ແລະ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ  ອິນ​ເດຍ ​ເປັນ​ປ​ະ​ທານ​ຮ່​ວມ, ເພື່ອ​ແນ​ໃສ່​ສະ​ຫລຸບ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນັກ​ຊ່ຽວ​ຊານ ADMM+ ກ່ຽວ​ກັບ​ການ​ກະ​ທຳ​ລູກ​ລະ​ເບີດ​ມະ​ນຸດ​ສະ​ທຳ ອາ​ຍຸ​ການ 2014 – 2017, ປຶ​ກ​ສາ​ຫາ​ລື​ກຳ​ນົດ​ທິດ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນັກ​ຊ່ຽວ​ຊານ ADMM+ ກ່ຽວ​ກັບ​ການ​ກຳ​ທະ​ລູກ​ລະ​ເບີດ​ມະ​ນຸດ​ສະ​ທຳ ໄລ​ຍະ 2017 – 2020. ກອງ​ປະ​ຊຸມກໍ່​ຈະ​ມອບ​ ຕຳ​ແໜ່ງ​ເປັນ​ປະ​ທານ​ຮ່ວມ​ກຸ່ມນັກ​ຊ່ຽວ​ຊານ ADMM+ ກ່ຽວ​ກັບ​ການ​ກະ​ທຳ​ລູກ​ລະ​ເບີດ​ມະ​ນຸດ​ສະ​ທຳ ໄລ​ຍະ 2017 – 2020 ໃຫ້​ແກ່​ປະ​ເທດ​ລາວ ແລະ ສະ​ຫະ​ພັນ​ລັດ​ເຊຍ.

        ກຸ່ມ​ນັກ​ຊ່ຽວ​ຊານ ADMM+ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລູກ​ລະ​ເບີດ​ມະ​ນຸດ​ສະ​ທຳ ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ ADMM ຄັ້ງ​ທີ 7 (ເດືອນ 5/2013) ແລະ ກອງ​ປະ​ຊຸມ ADMM+ ຄັ້ງ​ທີ 2 (ເດືອນ 8/2013) ຢູ່ ບ​ຣູ​ໄນ. ໜ້າ​ທີ່​ຂອງ​ກຸ່ມ​ນັກ​ຊ່ຽວ​ຊານນີ້​ແມ່ນ​ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ ແລະ ວັດ​ຖຸ​ລະ​ເບີດ ທີ່​ຍັງ​ຕົກ​​ຄ້າງ​ພາຍຫຼັງ​ສົງ​ຄາມ, ການ​ປະ​ທະ​ກັນ. ເພື່ອ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ, ຫວຽດ​ນາມ ແລະ ອິນ​ເດຍ ໄດ້​ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ໄລ​ຍະ 2014 – 2017 ແລະ ​ໄດ​້ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຢ່າງແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ