ໄຂ EXPO 2025: ຮ່ວມແຮງຮ່ວມໃຈສ້າງອະນາຄົດແບບຍືນຍົງ
(VOVWORLD) - ດ້ວຍຫົວຂໍ້ “ສ້າງສັງຄົມອະນາຄົດໃຫ້ແກ່ຊີວິດຂອງພວກເຮົາ”, EXPO 2025 ສ້າງລະດັບສະຖິຕິ ດ້ວຍການເຂົ້າຮ່ວມຂອງ 158 ປະເທດ ແລະ ເຂດແຄ້ວນ.
ລາຍການເດືນຂະບວນຂອງ ນັກຮຽນ Osaka (ພາບ: TTXVN) |
ງານວາງສະແດງໂລກ Osaka Kansai Expo 2025 (EXPO 2025) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 12 ເມສາ, ຢູ່ເກາະ Yumeshima, Osaka, ຍີ່ປຸ່ນ. ເຫດການມີການເຂົ້າຮ່ວມຂອງພະເຈົ້າຈັກກະພັດ Naruhito ແລະ ພະມະເຫສີ Masako ແລະ ເຈົ້າໜ້າທີ່ຂັ້ນສູງ 1300 ຄົນທີ່ມາຈາກທຸກແຖບຖີ່ນໃນທົ່ວໂລກ.
ດ້ວຍຫົວຂໍ້ “ສ້າງສັງຄົມອະນາຄົດໃຫ້ແກ່ຊີວິດຂອງພວກເຮົາ”, EXPO 2025 ສ້າງລະດັບສະຖິຕິ ດ້ວຍການເຂົ້າຮ່ວມຂອງ 158 ປະເທດ ແລະ ເຂດແຄ້ວນ. ຈຸດພົ້ນເດັ່ນຂອງພິທີໄຂແມ່ນພິທີເອົາທຸງຊາດຂອງປະເທດຕ່າງໆ ແລະ ພາກພື້ນເຂົ້າຮ່ວມຂຶ້ນເສົາ ໂດຍນັກຮຽນ Osaka ກ່ວາ 100 ເດີນຂະບວນພ້ອມກັບທຸງຊາດຂອງບັນດາປະເທດ ແລະ ເຂດແຄ້ວນ.
ກ່າວຄຳເຫັນທີ່ພິທີ, ພະເຈົ້າຈັກກະພັດ Naruhito ຫວັງວ່າ EXPO 2025 Osaka, Kansai, ຍີ່ປຸ່ນ ຈະແມ່ນໂອກາດເພື່ອໃຫ້ປະຊາຊົນທົ່ວໂລກ ບໍ່ພຽງແຕ່ເຄົາລົບການດຳລົງຊີວິດຂອງຕົນເອງເທົ່ານັ້ນ, ຫາກຍັງເຄົາລົບຊີວິດຂອງຜູ້ຢູ່ອ້ອມຂ້າງ ແລະ ບັນດາຮູບແບບດຳລົງຊີວິດທີ່ແຕກຕ່າງກັນໃນທຳມະຊາດອີກດ້ວຍ, ພ້ອມທັງກໍ່ພ້ອມກັນມານະພະຍາຍາມສ້າງອະນາຄົດຍືນຍົງ.