ລັດເຊຍ ແລະ ຢູແກຼນ ກ່າວຫາກັນລະເມີດຄຳສັ່ງຢຸດຍິງໃນໂອກາດວັນບຸນອິດສະເຕີ

(VOVWORLD) - ຢູແກຼນ ແລະ ລັດເຊຍ ໄດ້ດຳເນີນການແລກປ່ຽນສະເລີຍເລິກ 538 ຄົນ ພາຍຫຼັງບັນດາການເຈລະຈາໂດຍສະຫະລັດອາຣັບເອັມມີເຣດ (UAE) ເປັນກາງໄກເກ່ຍ.
ລັດເຊຍ ແລະ ຢູແກຼນ ກ່າວຫາກັນລະເມີດຄຳສັ່ງຢຸດຍິງໃນໂອກາດວັນບຸນອິດສະເຕີ - ảnh 1(ພາບປະກອບ: TTXVN)

ວັນທີ 20 ເມສາ, ລັດເຊຍ ແລະ ຢູແກຼນ ໄດ້ກ່າວຫາເຊິ່ງກັນແລະກັນທີ່ໄດ້ລະເມີດຄຳສັ່ງຢຸດຍິງ 1 ວັນໃນໂອກາດວັນບຸນອິດສະເຕີ.

ໃນສື່ສັງຄົມ X, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ, ຝ່າຍ ລັດເຊຍ ໄດ້ປະຕິບັດການບຸກໂຈມຕີ 26 ຄັ້ງ ນັບແຕ່ຕອນກາງຄືນຮອດຕອນທ່ຽງວັນທີ 20 ເມສາ (ຕາມເວລາທ້ອງຖິ່ນ). ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ, ກຳລັງ ຢູແກຼນ ໄດ້ບຸກໂຈມຕີໃສ່ບັນດາສະຖານທີ່ຂອງປະເທດນີ້ 444 ຄັ້ງ, ແລະ ບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບກວ່າ 900 ຄັ້ງ, ເຮັດໃຫ້ພື້ນຖານໂຄງລ່າງຖືກເປ່ເພຫຼາຍ ແລະ ມີສາມັນຊົນຈຳນວນໜຶ່ງເສຍຊີວິດ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 20 ເມສາ, ຢູແກຼນ ແລະ ລັດເຊຍ ໄດ້ດຳເນີນການແລກປ່ຽນສະເລີຍເລິກ 538 ຄົນ ພາຍຫຼັງບັນດາການເຈລະຈາໂດຍສະຫະລັດອາຣັບເອັມມີເຣດ (UAE) ເປັນກາງໄກເກ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ