(VOVWORLD) - ກ່ອນໜ້ານັ້ນ, 2 ປະເທດຈະຈັດກອງປະຊຸມຂັ້ນນັກຊ່ຽວຊານໃນວັນທີ 23 ເມສາ, ກໍ່ທີ່ Oman, ເພື່ອປຶກສາຫາລືກ່ຽວກອບຂໍ້ຕົກລົງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ເຕເຮຣານ.
ວັນທີ 20 ເມສາ, ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Ismail Baghaei ໃຫ້ຮູ້ວ່າ, ຮອບເຈລະຈາທີ 3 ລະຫວ່າງ ອີຣານ ແລະ ອາເມລິກາ ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ຈະດຳເນີນໃນວັນທີ 26 ເມສາ, ຢູ່ Oman. ກ່ອນໜ້ານັ້ນ, 2 ປະເທດຈະຈັດກອງປະຊຸມຂັ້ນນັກຊ່ຽວຊານໃນວັນທີ 23 ເມສາ, ກໍ່ທີ່ Oman, ເພື່ອປຶກສາຫາລືກ່ຽວກອບຂໍ້ຕົກລົງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ເຕເຮຣານ.
ຮອບເຈລະຈາຄັ້ງທີ 2 ລະຫວ່າງ ອີຣານ ແລະ ອາເມລິກາ ຫາກໍ່ຈັດຂຶ້ນໃນວັນທີ 19 ເມສາ, ຢູ່ນະຄອນຫຼວງ ໂຣມ, ປະເທດ ອີຕາລີ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ແລ້ວ, ຮອບເຈລະຈາຄັ້ງທີ 2 ລະຫວ່າງ 2 ຝ່າຍບັນລຸປະສິດທິຜົນ ແລະ ນຳມາເຊິ່ງບາດກ້າວໃຫ້ແກ່ວິວັດການເຈລະຈາກ່ຽວກັບນິວເຄຼຍ.
ໃນຂະນະນັ້ນ, ໜັງສືພິມ Washington Post ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງໃນອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໂດຍໃຫ້ຮູ້ວ່າ, ອາເມລິກາ ຮັບຮູ້ຄວາມຄືບໜ້າທີ່ດີທ່ີສຸດພາຍຫຼັງຮອບເຈລະຈາຄັ້ງທີ 2 ກັບອີຣານ, ຢູ່ ໂຣມ.