(vovworld) – ຕອນຄຳ່ວັນທີ 6/6, ຢູ່ນະຄອນຫຼວງ ບັງກອກ, ປະເທດໄທ ໄດ້ຈັດພິທີໄຂ “ເດືອນມະໂຫລານອາຫານການກິນ ຫວຽດນາມ” ຢູ່ໄທ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ ຫວຽດນາມ, ສະມາຄົມວັດທະນະທຳ ໄທ - ຫວຽດນາມ ພ້ອມກັບແຂກຖືກເຊີນເຊິ່ງແມ່ນຊາວໄທ, ພໍ່ແມ່ນຊາວ ຫວຽດນາມ ອາໄສຢູ່ ໄທ ແລະ ເພື່ອນມິດສາກົນນັບຮ້ອຍຄົນ. ໃນພິທີໄຂ, ແຂກຖືກເຊີນ ໄດ້ຮັບປະທານອາຫານຫຼາຍເຍື່ອງທີ່ມີລົດຊາດສະເພາະຂອງຫວຽດນາມ ເຊິ່ງໄດ້ຮັບການປຸງແຕ່ງຢູ່ກັບທີ່. ແຂກເຂົ້າຮ່ວມຍັງໄດ້ຮັບຊົມຮູບແຕ້ມທີ່ສວຍງາມກ່ຽວກັບທິດທັດທຳມະຊາດ, ປະຊາຊົນ ຫວຽດນາມ ໂດຍບັນດາຈິດຕະກອນ 2 ປະເທດແຕ້ມ ແລະ ໄດ້ຮັບການເກັບກຳ. “ເດືອນມະໂຫລານອາຫານການກິນ ຫວຽດນາມ” ຢູ່ໄທ ຈະແກ່ຍາວຮອດວັນທີ 28/6.