ໄຂກອງປະຊຸມກຸ່ມທີ່ ປຶກສາບັນດານັກ ອຸປະຖຳໃຫ້ແກ່ ຫວຽດນາມ 2012

ໄຂກອງປະຊຸມກຸ່ມທີ່ ປຶກສາບັນດານັກ ອຸປະຖຳໃຫ້ແກ່ ຫວຽດນາມ 2012 - ảnh 1

(ພາບ:baodautu.vn)

(VOV)- ​ກ່າວ​ຄຳ​ເຫັນ​ທີ່ ກອງປະຊຸມກຸ່ມທີ່ປຶກສາບັນດາ​ນັກອຸປະຖຳໃຫ້ແກ່ຫວຽດນາມ 2012 (CG 2012) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 10/12 ຢູ່​ຮ່າ​ໂນ້ຍ,  ​​​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ໄດ້​ໃຫ້ຂໍ້​ສັງ​ເກດ​ວ່າ ​ເຖິງ​ວ່າ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າກໍ່ຕາມ ​ແຕ່ພື້ນຖານ​ເສດຖະກິດ​ຫວຽດນາມ ​ຍັງ​ຕ້ອງ​ປະ​ເຊີນ​ໜ້າກັບບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຂໍ້ຄົງ​ຂ້າງ​ຫຼາຍ​ຢ່າງ, ​ໃນ​ນັ້ນ, ​ເສດຖະກິດ​ມະຫາ​ພາກ ​ແລະ ໝາກຜົນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຍັງ​ບໍ່​ທັນ​ໜັກ​ແໜ້ນ, ​​​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ:

   “ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ດັ່ງກ່າວ​ຮຽກຮ້ອງ​ໃຫ້ລັດຖະບາ​ນຕ້ອງ​ບໍລິຫານ​ຢ່າງ​ມີ​ໄຫວ​ພິບ, ມີ​ປະສິດທິ​ຜົນ​ກ່ວາ, ລະດົມ​ທຸກ​ແຫ່ລງ​ກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ແກ່​ເສດຖະກິດ​ມະຫາ​ພາກ, ມານະ​ພະຍາຍາມ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກຢ່າງ​ຂ້ຽວຂາດ, ຄົບ​ຊຸດ​. ​ເພື່ອ​ປະຕິບັດ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013 ຢ່າງ​ມີ​ໄຊ. ລັດຖະບານ​ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຕົ້ນຕໍ​ຄື: ​ເພີ່ມ​ທະວີ​ການ​ຮັກສາ​ເສ​ດ​ຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ສູ້ຊົນ​ບັນລຸ​ລະດັບ​ເຕີບ​ໂຕ​ຈີ​ດີ​ພີ​ສູງ​ກ່ວາ ​ແລະ ​ໄພ​ເງິນ​ເຟີ້​ຕ່ຳ​ກ່ວາປີ 2012“. 

​​​   ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນນັກ​ວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ, ມານະ​ພະຍາຍາມ ​ແລະ ການ​ໜູນ​ຊ່ວຍ​ຂອງບັນດາ​ນັກ​ອຸປະຖຳ, ຫວຽດນາມ ຈະ​ກ້າວ​ເຂົ້າສູ່​ປີ 2013 ດ້ວຍ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງ, ບັນລຸ​ໝາກຜົນ​ການ​ພັດທະນາ​ສູງ​ກ່ວາ, ສ້າງ​ທ່ວງທ່າ​ພັດທະນາໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ. ​​​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ:

 “ຫວຽດນາມ ວາງຈຸດໝາຍ​ຮອດປີ 2020 ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ, ການ​ເມືອງ​ສັງຄົມ​ເປັນ​ປົກກະຕິ, ປະຊາທິປະ​ໄຕ…​ນັ້ນ​ແມ່ນ​ຄວາມ​ຕັດສິນ​ໃຈ, ມານະ​ພະຍາຍາມ​ຂອງ​ຫວຽດນາມ ບືນ​ຕົວ​ຂຶ້ນ​ພັດທະນາ​ຢ່າງ​ໄວວາ ​ແລະ ໝັ້ນຄົງ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ: ບັນດາ​ນັກ​ອຸປະຖຳ​ສາກົນ​ຈະ​ສືບ​ຕໍ່​ຮ່ວມ​ເດີນທາງ, ຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ເສັ້ນທາງ​ໃໝ່ທີ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງອັນ​ສົດ​ໃສ“.

 

 

ຂ່າວ/ບົດ​ອື່ນ