ໄຂກອງປະຊຸມຄັ້ງທີ 14 ບັນດາຝ່າຍທີ່ເຂົ້າຮ່ວມສົນທະນາ ຣາມຊາກ່ຽວກັບດິນນ້ຳຖ້ວມຢູ່ຈີນ ແລະ ສະວິດ

(VOVWORLD) -ຜູ້ຕາງໜ້າທາງຝ່າຍຈີນໃຫ້ຮູ້ວ່າມີຜູ້ແທນຫຼາຍກວ່າ 1.000 ຄົນຈາກບັນດາຝ່າຍເຂົ້າຮ່ວມການລົງນາມສົນນິສັນຍາ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມເຊິ່ງໄດ້ປຶກສາຫາລືກ່ຽວກັບການພັດທະນາໃນອະນາຄົດຂອງສົນທິສັນຍາ
ໄຂກອງປະຊຸມຄັ້ງທີ 14 ບັນດາຝ່າຍທີ່ເຂົ້າຮ່ວມສົນທະນາ ຣາມຊາກ່ຽວກັບດິນນ້ຳຖ້ວມຢູ່ຈີນ ແລະ ສະວິດ - ảnh 1ເຂດດິນນ້ຳຖ້ວມ

      ກອງປະຊຸມຄັ້ງທີ 14 ບັນດາຝ່າຍທີ່ເຂົ້າຮ່ວມສົນນິສັນຍາ Ramsar ກ່ຽວກັບດິນນ້ຳຖ້ວມຫຼື COP 14 ຖືກໄຂຂຶ້ນໃນລະຫວ່າງວັນທີ 5 ຫາວັນທີ 13 ພະຈິກ ຕາມຮູບການທາງໄກແລະເຊິ່ງໜ້າ ດ້ວຍສະຖານທີ່ຈັດຕັ້ງຕົ້ນຕໍຢູ່ ອູຫັນເມືອງເອກຂອງແຂວງ ຮູເປ້ ທາງພາກກາງຂອງຈີນແລະມີກອງປະຊຸມຖືກຈັດຂຶ້ນພ້ອມກັນຢູ່ ເຊີແນວປະເທດເຊີວິດ.

ຜູ້ຕາງໜ້າທາງຝ່າຍຈີນໃຫ້ຮູ້ວ່າມີຜູ້ແທນຫຼາຍກວ່າ 1.000 ຄົນຈາກບັນດາຝ່າຍເຂົ້າຮ່ວມການລົງນາມສົນນິສັນຍາ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມເຊິ່ງໄດ້ປຶກສາຫາລືກ່ຽວກັບການພັດທະນາໃນອະນາຄົດຂອງສົນທິສັນຍາ. ໃນບົດກ່າວປາໄສສົ່ງເຖິງວາລະໄຂກອງປະຊຸມ, ທ່ານປະທານປະເທດຈີນສີຈິ້ນຜິງ ໄດ້ຕີລາຄາສູງຄວາມເຫັນດີເຫັນພ້ອມໃນທົ່ວໂລກໃນການປົກປັກຮັກສາເຂດດິນນ້ຳຖ້ວມ ພ້ອມກັນນັ້ນກໍ່ເນັ້ນໜັກວ່າຄວນຫຼຸດຜ່ອນການແຊກແຊງແລະການກະທົບຈາກການເຄື່ອນໄຫວຂອງມະນຸດ ທີ່ມີຕໍ່ສິ່ງແວດລ້ອມຊີວະພາບຢູ່ບັນດາເຂດດິນນ້ຳຖ້ວມ.

ຕອບກັບ

ຂ່າວ/ບົດ​ອື່ນ