ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) -  ຕອນເຊົ້າວັນທີ 10 ເມສາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມຄັ້ງທີ 33 ຂຶ້ນ. ກອງປະຊຸມດຳເນີນແຕ່ວັນທີ 10 – 18 ເມສາ. 
ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1 ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:  Quochoi.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນຂອງລັດ ແລະ ກົດໝາຍວ່າດ້ວຍລັດຖະກອນ. ກົດໝາຍວ່າດ້ວຍຕະຫລາດຫຼັກຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ; ກົດໝາຍວ່າດ້ວຍກຳລັງສຳຮອງເຂົ້າຮ່ວມການລະດົມພົນ; ກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ. ຄະນະປະຈຳສະພາແຫ່ງຊາດກໍ່ຮັບຟັງລັດຖະບານລາຍງານບາງບັນຫາກ່ຽວກັບຮ່າງປະມວນກົດໝາຍແຮງງານ (ສະບັບປັບປຸງ); ໃຫ້ຄຳເຫັນກ່ຽວກັບການຮັບເອົາ, ດັດແກ້ຮ່າງກົດໝາຍປ້ອງກັນ, ຕ້ານຜົນຮ້າຍຈາກເຫຼົ້າ, ເບຍ ແລະ ກົດໝາຍວ່າດ້ວຍຫໍສະໝຸດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ