ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 58 ຂອງ​ຄະ​ນະ​ປະ​ຈຳ​ສະ​ພ​າ​ແຫ່ງ​ຊາດ

(VOVWORLD) - ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ໄຂກອງປະຊຸມຄັ້ງທີ 58 ຂອງຄະນະປະຈຳສະພາແຫ່ງຊາດ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 58 ຂອງ​ຄະ​ນະ​ປະ​ຈຳ​ສະ​ພ​າ​ແຫ່ງ​ຊາດ - ảnh 1ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມຈະແກ່ຍາວເປັນເວລາ 3 ວັນ, ສະພາເລືອກຕັ້ງແຫ່ງຊາດຈະລາຍງານໝາກຜົນຢັ້ງຢືນ ຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ XV, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ໂຄງຮ່າງການຈັດຕັ້ງ, ຈຳນວນສະມາຊິກລັດຖະບານ ອາຍຸການ 2021 – 2026, ກ່ຽວກັບວຽກງານບຸກຄະລາກອນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ກໍ່ຄືວຽກກະກຽມກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດຊຸດທີ XV.

        ແລະກໍ່ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລື ກ່ຽວກັບການຄາດຄະເນບັນດາແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 - 2025, ແຜນການການເງິນ 5 ປີແຫ່ງຊາດໄລຍະ 2021 - 2025, ແຜນການກູ້ຢືມ, ຊຳລະໜີສາທາລະນະ ໄລຍະ 2021 – 2025, ແຜນການລົງທຶນສາທາລະນະ ໄລຍະກາງ 2021 – 2025, ປຶກສາຫາລືກ່ຽວກັບແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ ໄລຍະ 2021 – 2025 ແລະ ການລົງທຶນໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກ ແລະ ໜູນຊ່ວຍສັງຄົມແບບຍືນຍົງ ໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ