ໄຂກອງປະຊຸມປະຈຳປີຂອງອົງການຮ່ວມມືອິດສະລາມ OIC

ໄຂກອງປະຊຸມປະຈຳປີຂອງອົງການຮ່ວມມືອິດສະລາມ OIC - ảnh 1
ກອງປະຊຸມປະຈຳປີຂອງອົງການຮ່ວມມືອິດສະລາມ OIC
(ພາບ: AFP/TTXVN)


(vovworld) - ​​ວັນ​ທີ 10/04, ກອງ​ປະ​ຊຸມ​ປະ​ຈ​ຳ​ປີ​ຄັ້ງ​ທີ 13 ຂອງ​ອົງ​ການ​ຈັດ​ຕັ້ງ​ຮ່ວມ​ມື​ອິ​ດ​ສະ​ລາມ (OIC) ເລີມ​ດຳ​ເນີນ​ຢູ່​ນະ​ຄອນ​ Istanbul, ປະ​ເທດ​ຕວກ​ກີ, ດ້ວຍ​ຈຸດ​ສຸມ​ແມ່ນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ປາ​ແລດ​ສະ​ຕ​ິ​ນ, ​ການ​ປະ​ທະ​ກັນ​​ຄັ້ງ​ຕ່າງໆຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ​ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ. ກອງ​ປະ​ຊຸມ​ເລີ່ມ​ດຳ​ເນີນ​ດ້ວຍ​ເລື່ອງ​ບັນ​ດາ​ເຂົ້າ​ໜ້າ​ທີ່​ຂັ້ນ​ສູງ OIC ຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ, ຫຼັງ​ຈາກນັ້ນ​ແມ່ນ​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໃນ​ລະ​ຫວ່າງວັນ​ທີ 12 – 13/04 ຈະ​ມາ​ເຖິງ. OIC ໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຈະ​ອອກ​ມະ​ຕິ​ກ່ຽວ​ກັບ​ບັນ​ຫາ​ປາ​ແລດ​ສະ​ຕິນ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສາ​ກົນ​ເພື່ອ​ແນ​ໃສ່​​ດຳ​ເນີນ​ວິ​ວັດ​ທະ​ນາ​ການ​ສັ​ນ​ຕິ​ພາບ​​ຢູ່ຕາ​ເວັນ​ອອກ​ກາງ​ຄືນ​ໃໝ່. ການ​ນຳ​ບັນ​ດາ​ປະ​ເທດ​ອິດ​ສະ​ລາມ ກໍ​ຈະ​ພິ​ຈາ​ລະ​ນາ​ສະ​ພາບ​ການ​ຂອງ​ບັນ​ດາ​ປະ​ຊາ​ຄົ​ມ​ອິດ​ສະ​ລາມ ຢູ່​ບັນ​ດາ​ປະ​ເທດບໍ່​ແມ່ນ​ສະ​ມາ​ຊິກ​ຂອງ OIC ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຕ້ານ​ການກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ