ໄຂກອງປະຊຸມລັດຖະມົນຕີ G7 ກ່ຽວກັບການປົກປັກຮັກສາອາກາດ, ພະລັງງານ ແລະ ສິ່ງແວດລ້ອມ

(VOVWORLD) -ກອງປະຊຸມລັດຖະມົນຕີກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ກ່ຽວກັບການປົກປັກຮັກສາອາກາດ, ພະລັງງານ ແລະ ສິ່ງແວດລ້ອມ ໄດ້ດຳເນີນກອງປະຊຸມຢູ່ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ
ໄຂກອງປະຊຸມລັດຖະມົນຕີ G7 ກ່ຽວກັບການປົກປັກຮັກສາອາກາດ, ພະລັງງານ ແລະ ສິ່ງແວດລ້ອມ - ảnh 1ລັດຖະມົນຕີຈະປຶກສາຫາລືກ່ຽວກັບດິນຟ້າອາກາດ, ພະລັງງານ ແລະ ສິ່ງແວດລ້ອມ
AFP/TTXVN

ໃນລະຫວ່າງວັນທີ 26 – 27 ພຶດສະພາ, ກອງປະຊຸມລັດຖະມົນຕີກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ກ່ຽວກັບການປົກປັກຮັກສາອາກາດ, ພະລັງງານ ແລະ ສິ່ງແວດລ້ອມ ໄດ້ດຳເນີນກອງປະຊຸມຢູ່ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ ເພື່ອປຶກສາຫາລືວິທີຮັບມືກັບວິກິດການດ້ານອາກາດ, ມົນລະພິດທາງສິ່ງແວດລ້ອມ ແລະ ປົກປ້ອງຊີວະນາໆພັນ.

        ໃນຂົງເຂດປົກປັກຮັກສາດ້ານອາກາດ, ພະລັງງານ, ບັນດາລັດຖະມົນຕີຈະປຶກສາຫາລືຫຼາຍຫົວຂໍ້ຄື ການກະທຳລວມຂອງ G7 ປະຕິບັດສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສົນທິສັນຍາອາກາດ Glasgow, ການເງິນດ້ານອາກາດ, ວິທີຍູ້ແຮງວິວັດການຫັນປ່ຽນດ້ານພະລັງງານ ແລະ ເປີດກວ້າງພະລັງງານຜະລິດຄືນໃໝ່…

        ໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ, ບັນດາຫົວຂໍ້ທີ່ໄດ້ນຳມາປຶກສາຫາລືລວມມີ ຂອບເຂດທົ່ວໂລກໃໝ່ເພື່ອປົກປັກຮັກສາຊີວະນາໆພັນ, ຊີວະນາໆພັນທາງທະເລ, ສ້າງເຂດອະນຸລັກຮັກສາທະເລ ແລະ ບັນດາມາດຕະຖານສິ່ງແວດລ້ອມໃນການຂຸດຄົ້ນໃຕ້ນ້ຳທະເລຕື່ມອີກ.

        ຄາດວ່າ, ພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາປົກປັກຮັກສາດ້ານອາກາດ, ພະລັງງານ ແລະ ສິ່ງແວດລ້ອມ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 26 ພຶດສະພາ, ບັນດາລັດຖະມົນຕີສິ່ງແວດລ້ອມຂຶ້ນກັບກຸ່ມ G7 ໄດ້ເລີ່ມດຳເນີນກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບຈຸດເວລາລະອຽດເພື່ອຄ່ອຍໆເຊົາໃຊ້ພະລັງງານຈາກຖ່ານຫີນໄປເທື່ອລະໜ້ອຍ. ເຢຍລະມັນ, ປະເທດພວມດຳລົງຕຳແໜ່ງປະທານກຸ່ມ G7 ປີ 2022, ໄດ້ສະເໜີວ່າ ໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີຕ້ອງວາງເປົ້າໝາຍຄ່ອຍໆເຊົາ ຜະລິດພະລັງງານໄຟຟ້າຈາກຖ່ານຫີນໃນປີ 2030. ຂໍ້ສະເໜີດັ່ງກ່າວໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ເອີລົບ ອື່ນ ແລະ ການາດາ, ແຕ່ບາງປະເທດຍັງບໍ່ທັນສະແດງໃຫ້ເຫັນເຈດຕະນາດີກັບແນວຄິດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ