ໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

(VOVWORLD) -ພິທີໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ໄດ້ດໍາເນີນໃນຕອນເຊົ້າວັນທີ 14 ພະຈິກ ຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງ ຄົມມະນາຄົມສົນສົ່ງ  10 ປະເທດ ອາຊຽນ.
ໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ	 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: baochinhphu.vn)

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 4 ບັນຫາຕົ້ນຕໍຄື ປະຕິບັດສໍາເລັດລະບຽບການຕ່າງໆເພື່ອລົງນາມໃນບັນດາເອກະສານຫຼາຍຝ່າຍ ຂັ້ນລັດຖະບານ ແນໃສ່ເພີ່ມທະວີການເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື; ຮັບຟັງບົດລາຍງານກ່ຽວກັບສະພາບການຜັນຂະຫຍາຍບັນດາລາຍການ, ໂຄງການ ນອນໃນຂອບເຂດແຜນການຍຸດທະສາດຄົມມະນາຄົມຂົນສົ່ງ ກົວລາລໍາເປີ 2016 – 2015; ຮັບຮອງເອົາບັນດາໂຄງການ, ແຜນການເຄື່ອນໄຫວໃນຂອບເຂດການຮ່ວມມືຄົມມະນາຄົມຂົນສົ່ງ ອາຊຽນ ໃນປີ 2020; ພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມືຄົມມະນາຄົມຂົນສົ່ງກັບບັນດາຄູ່ເຈລະຈາ ເຊິ່ງລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາຄູ່ຮ່ວມມືອື່ນໆ. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ:

        “ໂດຍເປັນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ, ໃນຖານະເປັນປະທານ ອາຊຽນ ປີ 2020, ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຈະມານະພະຍາຍາມຮ່ວມມືກັບບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ຕັ້ງໜ້າຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ບັນດາຂໍ້ຕົກລົງ ເພື່ອໃຫ້ ອາຊຽນ ຢັ້ງຢືນ ບົດບາດເປັນໃຈກາງຂອງພາກພື້ນ, ພ້ອມກັບບັນດາຄູ່ຮ່ວມມືຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນສິດເສລີໃນການຂົນສົ່ງສິນຄ້າທາງອາກາດ, ທາງບົກ ແລະ ທາງທະເລ ເພື່ອ ອາຊຽນ ວັດທະນາຖາວອນ”.


ຕອບກັບ

ຂ່າວ/ບົດ​ອື່ນ