ໄຂກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດG7

ໄຂກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດG7 - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ
Frank-Walter Steinmeier. (ພາບ: voanews)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 14/4, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ G7 (ເຊິ່ງ​ລວມ​ມີ: ເຢຍ​ລະ​ມັນ, ຝຣັ່ງ, ອັງ​ກິດ, ອີ​ຕາ​ລີ, ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ກາ​ນາ​ດາ), ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ Lubeck, ທາງ​ທິດ​ເໜືອ​ປະ​ເທດ ເຢຍ​ລະ​ມັນ. ການ​ພົບ​ປະ​ນີ້​ເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ G7, ຈະ​ຈັດ​ຂຶ້ນ​ຢູ່ ເຢຍ​ລະ​ມັນ​ ໃນ​ເດືອນ 6/2015. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນ​ທີ່​ຕ້ອນ​ຮັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຢູ່​ Lubeck, ທ່ານລັດ​ຖະ​ມົນ​ຕີວ່າ​ການ Steinmeier ໃຫ້​ຮູ້​ວ່າ: ທ່ານ​ຈະ​ພ້ອມ​ກັບ​ບັນ​ດາ​ຄູ່​ຕຳ​ແໜ່ງ​ກຸ່ມ G7 ແລະ ກຳ​ມະ​ການ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ ເອີ​ລົບ (EU) Federica Mogherini ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຂອງ​ໂລກ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ສັນ​ຕິ​ພາບ​ຄືນ​ໃໝ່, ຊອກ​ຫາ​​ວິ​ທີ​ແກ້​ໄຂ​ບັນ​ດາ​ວິ​ກິດ​ການ, ພິ​ເສດ​ແມ່​ນ​ບັນ​ຫາ ຢູ​ແກຼນ, ອີ​ຣານ… ຕາ​ມ​ ທ່ານລັດ​ຖະ​ມົນ​ຕີວ່າ​ການ Steinmeier ແລ້ວ, ເລື່ອງ ລັດ​ເຊຍ ເຂົ້າ​ຮ່ວມ​ກຸ່ມ G7 ຄືນ​ໃໝ່​​ແມ່ນ​ຂຶ້ນ​ກັບເລື່ອງ​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ​ຈະ​ບັນ​ລຸ​ມາດ​ຕະ​ການ​​ແກ້​ໄຂວິ​ກິດ​ການ​ໃນ​ປະ​ຈຸ​ບັນໄດ້ຫຼືບໍ່. ທ່ານ​ເນັ້ນ​ໜັກ​ບົດ​ບາດ​ສຳ​ຄັນ​ຂອງ ລັດ​ເຊຍ ໃນ​ການ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ສາ​ກົນ, ຄື​ບັນ​ຫາ​ຊີ​ຣີ ຫຼື ອີ​ຣານ, ພ້ອມ​ທັງ​ຖື​ວ່າ G7 ບໍ່​ຢາກເຮັດ​ໃຫ້ ລັດ​ເຊຍ ຕົກ​ຢູ່ ໂດດ​ດ່ຽວ​​ໃນໄລ​ຍະ​ຍາ​ວ​ໃນ​ຂະ​ນະ​ທີ່​ເລື່ອງ ມົດ​ສ​ກູ ກັບ​ຄືນ​ສູ່​ກຸ່ມ G7 ​ໂດຍ​ໄວຈະ​ຊ່ວຍ​ຊຸກ​ຍູ້​​ການແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ໂລກໃຫ້​ດີ​ກ່ວາ​ອີກ.

 

 

 


ຂ່າວ/ບົດ​ອື່ນ