ໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC ຄັ້ງທີ 29

(VOVWORLD) -ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ ຄັ້ງທີ 29 ຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) (ເອີ້ນຫຍໍ້ວ່າ AMM - 29) ຖືກໄຂຂຶ້ນຢ່າງສົມກຽດໃນວັນທີ 08 ພະຈິກ ຢູ່ດ່ານັ້ງ, ຫວຽດນາມ.
ໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC ຄັ້ງທີ 29 - ảnh 1(ໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC ຄັ້ງທີ 29)

ເຂົ້າຮ່ວມກອງປະຊຸມມີບັນດາລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງເສດຖະກິດຂອງ 21 ພື້ນຖານເສດຖະກິດ APEC ພ້ອມກັບຜູ້ຕາງໜ້າຂອງບັນດາອົງການສັງເກດການຂອງ APEC. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີ່ນຕ໋ວນແອງ ເປັນປະທານກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ, ນັບແຕ່ AMM – 28 ຢູ່ Lima, ປະເທດເປຣູ ເມື່ອປີ 2016, APEC ໄດ້ເຫັນປະຈັກຕາການເພີ່ມທະວີການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ ຕໍ່ໜ້າບັນດາສິ່ງທ້າທາຍໃໝ່ສຳລັບການເຕີບໂຕ ແລະ ການຮ່ວມສຳພັນໃນພາກພື້ນ. ທີ່ກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ.

        “ກອງປະຊຸມຂອງພວກເຮົາໃນມື້ນີ້ໄດ້ສຸມໃສ່ 3 ເນື້ອໃນຄື: ທີ 1, ກວດກາຄືນທຸກໆວິວັດທະນາການ ເຄື່ອນໄຫວຂອງ APEC ໃນຮອບເວລາ 1 ປີຜ່ານມາ. ທີ 2 ແມ່ນສ້າງສຳເລັດບັນດາເນື້ອໃນເພື່ອຍື່ນສະເໜີຕໍ່ບັນດາການນຳຂັ້ນສູງ APEC ໃນຊຸມມື້ກອງປະຊຸມຈະມາເຖິງ. ທີ 3 ແມ່ນ ຕົກລົງຊຸກຍູ້ວິວັດການຮ່ວມມືໃນ APEC ຢູ່ບາງຂົງເຂດຈຸດສູມ ຍື່ນສະເໜີຕໍ່ບັນດາການນຳຂັ້ນສູງບັນດາພື້ນຖານເສດຖະກິດ APEC ທີ່ກອງປະຊຸມສຸດຍອດ”.

        ກ່າວປາໄສໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນຕ໋ວນແອງ ໄດ້ເນັ້ນໜັກເຖິງຄວາມໝາຍຂອງປີ 2020 ແມ່ນກຳນົດເວລາເພື່ອໃຫ້ບັນດາພື້ນຖານເສດຖະກິດ APEC ສ້າງບັນດາເປົ້າໝາຍ Bogor ທີ່ໄດ້ວາງອອກໃນກອງປະຊຸມສຸດຍອດປີ 1994 ໃຫ້ສຳເລັດ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນຕ໋ວນເອງ, ເນັ້ນໜັກວ່າ.

        “ຮອດປີ 2020 ເປົ້າໝາຍ Bogor ຈະຕ້ອງສ້າງສຳເລັດ. ທີ່ກອງປະຊຸມລັດຖະມົນຕີການຄ້າຄັ້ງທີ 23 ເຊິ່ງໄດ້ດຳເນີນເມື່ອເດືອນ ພຶດສະພາ ຜ່ານມາຢູ່ຮ່າໂນ້ຍ, ບັນດາລັດຖະມົນຕີໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາ ແລະ ການກະທຳຢ່າງລະອຽດເພື່ອສ້າງເປົ້າໝາຍ Bogor ໃຫ້ສຳເລັດ. ທີ່ກອງປະຊຸມຄັ້ງນີ້, ພວກເຮົາຈະກວດກາຄືນວິວັດທະນາການໃນການປະຕິບັດຢ່າງຄົບຊຸດ ເຮັດແນວໃດເພື່ອຊຸກຍູ້ເປົ້າໝາຍດັ່ງກ່າວໃຫ້ບັນລຸປະສິດທິຜົນດີທີ່ສຸດ”.

        ພາຍຫຼັງພິທີໄຂ, ກອງປະຊຸມໄດ້ດຳເນີນບັນດາວາລະປຶກສາຫາລືກ່ຽວກັບການເຕີບໂຕຮ່ວມສຳພັນເສດຖະກິດພາກພື້ນ ແລະ ການເຕີບໂຕຄຸນນະພາບ, ຫັນການລົງທຶນເປັນສະດວກ, ເຊື່ອມຕໍ່ລະບົບສະໜອງ, ເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກ…

ຕອບກັບ

ຂ່າວ/ບົດ​ອື່ນ