ໄຂກອງປະຊຸມສົນທະນາAPECກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານແລະເສດຖະກິດຂຽວ

ໄຂກອງປະຊຸມສົນທະນາAPECກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານແລະເສດຖະກິດຂຽວ - ảnh 1
(ພາບປະກອບ)

(vovworld) – ​ ​ ​ ວັນ​ທີ 4/10, ບັນດາລັດຖະມົນຕີ​ຂອງ 21 ພື້ນຖານ​ເສດຖະກິດ​ສະມາຊິກ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ​​ໄດ້ເຂົ້າ​ຮ່ວມ​ການ​ສົນທະນານະ​ໂຍບາຍ​ຂັ້ນ​ສູງ APEC ຊຶ່ງດຳ​ເນີນ​ຢູ່​ນະຄອນ Iloilo, ປະ​ເທດ ຟີ​ລິບ​ປິນ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮັບປະກັນຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ​ເສດຖະກິດ​ຂຽວ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເວທີ​ປາ​ໄສທີ່​ແກ່ຍາວ​ເປັນ​ເວລາ 2 ວັນ, ທ່ານ​ລັດຖະມົນຕີ​ວ່າການ​ປະ​ຊວງສິ່ງ​ແວດ​ລ້ອມ ຟີ​ລິບ​ປິນ Ramon Paje ​ເນັ້ນ​ໜັກ​ວ່າ: ​ເວທີ​ປາ​ໄສ​ແມ່ນ​ກາລະ​ໂອກາດ​ເພື່ອ​ປຶກສາ​ຫາລື ​ແນ​ໃສ່​ເພີ່ມ​ທະວີ​ການຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ບັນດາ​ລະບົບ​ຊີວະ​ພາບ, ສິ່ງ​ແວດ​ລ້ອມທະ​ເລ ​ແລະ ​ແຄມ​ທະ​ເລ ກໍ​ຄື​ຮັບປະກັນ​ການ​ສະໜອງ​ສະບຽງ​ອາຫານ​ໃຫ້ໝັ້ນຄົງ. ທ່ານ​ລັດຖະມົນຕີ Ramon Paje ​ເຊື່ອ​ໝັ້ນ​ວ່າ: ຂໍ້​ສະ​ເໜີກ່ຽວ​ກັບ​ການ​ກະທຳ​ຂອງການ​ສົນທະນານະ​ໂຍບາຍ​ຂັ້ນ​ສູງ APEC ກ່ຽວ​ກັບ​​ຄວາມ​ໝັ້ນຄົງດ້ານ​ສະບຽງ​ອາຫານ ​ແລະ ​ເສດຖະກິດ​ຂຽວ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ ​ເມື່ອ​ເວທີ​ປາ​ໄສ​ອັດ​ລົງ.

 

 

ຂ່າວ/ບົດ​ອື່ນ