ໄຂກອງປະຊຸມສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງຂອງພື້ນຖານເສດຖະກິດ ຫວຽດນາມ, ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍ ທີ່ໄດ້ວາງອອກ
ໄຂກອງປະຊຸມສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມ
(ພາບ: VGP)

      ຕອນເຊົ້າວັນທີ 05 ມັງກອນ, ຢູ່ ຮ່າໂນ້ຍ, ກອງປະຊຸມສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກ. ເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ.

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປີ 2023 ຜ່ານມາ, ສະພາບການໂລກ, ພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນນັ້ນ ໄດ້ສົ່ງຜົນສະທ້ອນເຖິງ ພື້ນຖານເສດຖະກິດ ຫວຽດນາມ. ສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກອງປະຊຸມໄຈ້ແຍກ, ຕີລາຄາຢ່າງເລິກເຊິ່ງ ບັນດາຜົນສະທ້ອນຂອງສະພາບແວດລ້ອມສາກົນຕໍ່ ຫວຽດນາມ ກໍຄືວິທີ ຫວຽດນາມ ສະແດງໜ້າທີ່ຄວາມຮັບຜິດຊອບຂອງຕົນຕໍ່ປະຊາຄົມສາກົນ.

ທີ່ກອງປະຊຸມ, ບັນດາບົດລາຍງານທີ່ສະເໜີໄດ້ໃຫ້ຮູ້ວ່າ, ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ທັງປີ 2023 ບັນລຸ 5,05%, ນອນໃນກຸ່ມເຕີບໂຕສູງຢູ່ພາກພື້ນ ແລະ ໃນໂລກ, ຍົກລະດັບຂອບຂະໜາດຂອງພື້ນຖານເສດຖະກິດຂຶ້ນປະມານ 430 ຕື້ USD. ຂົງເຂດກະສິກຳສືບຕໍ່ແມ່ນເສົາຄ້ຳໝັ້ນແກ່ນຂອງພື້ນຖານເສດຖະກິດ, ປີ 2023 ເພີ່ມຂຶ້ນ 3,83%, ສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ອຸດສາຫະກຳໄດ້ຟື້ນຟູຢ່າງໄວຜ່ານແຕ່ລະໄຕມາດ, ທັງປີເພີ່ມຂຶ້ນ 3,02%.

 ເມື່ອໃຫ້ຂໍ້ສັງເກດກ່ຽວກັບໝາກຜົນການພັດທະນາເສດຖະກິດ - ສັງຄົມປີ 2023, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງຂອງພື້ນຖານເສດຖະກິດ ຫວຽດນາມ, ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ, ແມ່ນ: ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ; ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ; ການໜູນຊ່ວຍສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ; ອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ໄດ້ຍົກສູງຂຶ້ນ.

        ກ່ຽວກັບການກຳນົດທິດ, ໜ້າທີ່ຫຼັກແຫຼ່ງໃນປີ 2024, ທ່ານນາຍົກລັດຖະມົນຕີສະເໜີສຸມໃສ່ໄຈ້ແຍກ, ຕີລາຄາ, ຄາດຄະເນ, ເຮັດແຈ້ງບັນດາຄວາມແຕກຕ່າງ, ຄວາມຫຍຸ້ງຍາກຂອງປີ 2024 ເມື່ອທຽບໃສ່ປີ 2023, ຈາກນັ້ນ, ກໍ່ຊຸກຍູ້ບັນດາກຳລັງໜູນເຕີບໂຕ, ຄື: ການລົງທຶນ, ໃຊ້ສອຍ, ການສົ່ງອອກ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ປັນຍາປະດິດ, ເຊື່ອມຕໍ່ເຂດ… ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ພ້ອມທັງວາງອອກ ບັນດາແຜນການກະທຳ ເພື່ອຫັນບັນດາໝາກຜົນ ແລະ ຄຳໝັ້ນສັນຍາກຂອງການພົວພັນຕ່າງປະເທດຂັ້ນສູງ ໃນໄລຍະຜ່ານມາໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ