ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV

(VOVWORLD) -ກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດ ຊຸດທີ XIV ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20 ຕຸລາ 2020 ດ້ວຍຮູບການທາງອອນລາຍ ຢູ່ຫໍສະພາແຫ່ງຊາດ ທີ່ນະຄອນຫຼວງ ຮ່າໂນ້ຍ. 
ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV - ảnh 1ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ

ວາລະໄຂກອງປະຊຸມໂດຍວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບ ຫວຽດນາມ ແລະ ສະຖານີໂທລະພາບ ສະພາແຫ່ງຊາດ ຫວຽດນາມ ຖ່າຍທອດສົດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດຕິດຕາມ. ທ່ານ ນາງຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດເປັນປະທານວາລະກອງປະຊຸມໃນຕອນເຊົ້າວັນທີ 20 ຕຸລາ.

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ ເນັ້ນໜັກວ່າ ກອງປະຊຸມສະໄໝສະມັນເທື່ອທີ 10 ໄດ້ດຳເນີນໄປໃນສະພາບການໂລກ ແລະ ພາຍໃນປະເທດມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໂລກລະບາດ Covid – 19 ເກີດຂຶ້ນຢ່າງແຮງໃນທົ່ວປະເທດ, ເສດຖະກິດໂລກຖືກຊຸດໂຊມ. ທົ່ວປະເທດໄດ້ປະຕິບັດບັນດາເປົ້າໝາຍ, ໜ້າທີ່, ວິທີການຢ່າງຄົບຊຸດ ແລະ ມີປະສິດທິຜົນເພື່ອຄວບຄຸມໂລກລະບາດ ໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານກ່າວວ່າ:

        ສະພາແຫ່ງຊາດຈະຮັບຮອງເອົາ ຮ່າງກົດໝາຍ 7 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍຕ່າງໆ 4 ສະບັບ ເພື່ອແນໃສ່ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ການປົກປ້ອງປະເທດຊາດ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ, ເຊື່ອງໂຍງເຂົ້າກັບສາກົນ. ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍການເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ ຂອງ ສປຊ ນີ້ແມ່ນ ວຽກທີ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຄວາມຕັດສິນໃຈດ້ານການເມືອງແບບຍືນຍົງ, ຍາວນານຂອງພັກ, ລັດ ກ່ຽວກັບພາລະກຳການເຄື່ອນໄຫວຮັກສາສັນຕິພາບສາກົນ.

        ທີ່ວາລະໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊັວນຟຸກ ໄດ້ສະເໜີບົດລາຍງານໝາກຜົນປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມປີ 2020 ແລະ ໄລຍະ 5 ປີ 2016 – 2020, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021, ເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່ ແລະ ວິທີການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ