ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

(VOVWORLD) -ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈະຖືກດໍາເນີນໃນລະຫວ່າງວັນທີ 27 – 31 ພຶດສະພາ 2019. 
ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ảnh 1ພິທີໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ໃນຕອນເຊົ້້າວັນທີ 28 ພຶດສະພາ ຢູ່ນະຄອນຫຼວງບາງກອກ, ປະເທດໄທ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (ອາຊຽນ SOM) ແລະ ບັນດາກອງປະຊຸມກ່ຽວຂ້ອງ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຈະຖືກດໍາເນີນໃນລະຫວ່າງວັນທີ 27 – 31 ພຶດສະພາ 2019. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າ  SOM ASEAN ຫງວຽນກວັກຢຸງ ນໍາໜ້າເຂົ້າຮ່ວມກອງປະຊຸມ.

        ໂຄງການດໍາເນີນງານຕົ້ນຕໍ່ຂອງບັນດາກອງປະຊຸມດັ່ງກ່າວ ແມ່ນກະກຽມໃຫ້ແກ່ກອງປະຊຸມອາວຸໂສ ອາຊຽນ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM 52)/ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບ ບັນດາຄູ່ຮ່ວມມື (PMC) ເຊິ່ງຄາດວ່າ ຈະດໍາເນີນຕາມລໍາດັບໃນເດືອນ ມິຖຸນາ ແລະ ກໍລະກົດ ຢູ່ ບາງກອກ ປະເທດໄທ.

        ບັນດາຫົວຂໍ້ ຄາດວ່າ ຈະໄດ້ນໍາມາປຶກສາຫາລື ລວມມີ ການເພີ່ມທະວີການຮ່ວມມື ສ້າງປະຊາຄົມ ອາຊຽນ, ພິເສດແມ່ນບັນຫາບຸລິມະສິດໃນອາຍຸການ ປະທານ ອາຊຽນ ຂອງ ໄທ ແມ່ນຊຸກຍູ້ການພົວພັນກັບຄູ່ຮ່ວມມື ຍ້ອນການພັດທະນາແບບຍືນຍົງ. ບັນດາກອງປະຊຸມກໍຈະປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ກໍຄືແລກປ່ຽນຫຼັກໝັ້ນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ກວາງຈູງ, ຈ້ອງດາດ, ດຶກຢາງ - ນັກຂ່າວ VOV ປະຈໍາ ໄທ


ຕອບກັບ

ຂ່າວ/ບົດ​ອື່ນ