ໄຂງານບຸນວັດທະນະທຳພື້ນເມືອງຫວຽດບັກຢູ່ເຂດໄຕງວຽນ

vov5.vn-ຕອນ​ຄ່ຳ​ວັນ​ທີ 5/2, ຢູ່​ແຂວງ​ດັກ​ລັກ, ​ໄດ້​ໄຂງານ​ບຸນ​ວັດທະນະທຳ​ພື້ນ​ເມືອງຫວຽດບັກ​ ຊື່​ງ​ແມ່ນ​ສະຖານ​ທີ່​ໄດ້​ຮັບ​ຖື​ວ່າ “​ເຂດ​ຫວຽດບັກ​ຫຍໍ້​ເຂົ້າ​ໃນ​ເຂດ​ໄຕ​ງວຽນ” ດ້ວຍ​ປະຊາຊົນ​ຊົນ​ເຜົ່າ​ໄຕ່, ນຸ່ງ, ຢ້າວ, ​ໄທ, ມົ້ງກວມກ່ວາ 82% ທີ່​ຍົກຍ້າຍ​ມາຈາກ​ບັນດາ​ເຂ​ວງ​​ໃນ​ເຂດ​ຫວຽດບັກ ທາງ​ພາກ​ເໜືອຫວຽດນາມ​ໃນ​ກ່ວາ 30 ປີຜ່ານມາ. ທ່ານ​ແກວກ​ແທງ ຫົວໜ້າ​ຫ້ອງການ​ວັດທະນະທຳ ກິລາ​ເມືອງ​ກຼົງນັງ ​ແຂງ​ດັກ​ລັກ​ໃຫ້​ຮູ້​ວ່າ:  “ງານ​ບຸນ​ວັດທະນະທຳ​​ພື້ນ​ເມືອງ​ເຂດ​ຫວຽດບັກ​ຖືກ​ຈັດຕັ້ງຂຶ້ນ​ໃນ​ຫຼາຍ​ປີ​ແລ້ວ ​ໂດຍ​ປະຊາຊົນ​ບັນດາ​ເຂ​ວງ​ເຂດ​ທາງ​ພາກ​ເໜືອ​ຍ້າຍມາ​​ດຳລົງ​ຊີວິດ​ຢູ່ແຫ່ງນີ້​ ​ນຳ​​ເອົາສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ມາ​ນຳ. ທາງ​ເມືອງ​ຖື​ວ່າ ນີ້​ແມ່ນ​ງານ​ບຸນ​ລະດັບ​ເມືອງ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ ​ແລະ​ສ້າງກຳລັງ​ໜູນ​ເພື່ອ​ໃຫ້​ປະຊາຊົນ​ສ້າງຊີວິດ​​ເປັນ​ປົກກະ​ຕິ ​ແລະ​ທຳ​ມາ​ຫາ​ກິນພັດທະນາ, ກໍ​ຄື​ເຮັດ​ໃຫ້ຊີວິດ​ດ້ານ​ຈິດ​ໃຈ​ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ ພິ​ເສດ​ແມ່ນ​ຮັກສາ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​​ໄວ້ໄດ້​

  ທີ່​ງານ​ບຸນ, ບັນດາ​ພິທີ​ຄື: ພາວະນາຂໍ​ໃຫ້​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ງານ​ບຸນ​ລົງ​ທົ່ງ​ນາ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຫວຽ​ດນາມກໍ​ໄດ້​ຮັບ​ການ​ຈັດຕັ້ງ​ຂຶ້ນ​ຄືນ​ໃໝ່. ​ແຂກ​ທ່ອງທ່ອງ​ສາມາດ​ເຫັນ​ປະຈັກ​ຕາວິທີ​ຕົ້ມ​ເຫຼົ້າສາລີ, ປີ້ງ​ໝູ, ​ແຂ່ງ​ຫໍ່​ເຂົ້າຕົ້ມ, ​​ເຮັດເຂົ້າຫຼາມ, ປີ້ງ​ໄກ່ ​ແລະ​ໄດ້​ຮັບ​ປະທານບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ.
ຂ່າວ/ບົດ​ອື່ນ