ໄຂງານບຸນວິຫານ ຮ່ວຽນເຈິນ

(VOVWORLD) -      ນີ້ແມ່ນການເຄື່ອນໄຫວພົ້ນເດັ່ນຂອງງານບຸນລະດູບານໃໝ່ ໃນຂອບເຂດ Festival ເຫ້ວ 2024.
ໄຂງານບຸນວິຫານ ຮ່ວຽນເຈິນ - ảnh 1ງານບຸນວິຫານ ຮ່ວຽນເຈິນ ລະດູບານໃໝ່ປີມະໂລງ 2024
(ພາບ: TTXVN)

ວັນທີ 18 ກຸມພາ, ຢູ່ສູນວັດທະນະທຳ ຮ່ວຽນເຈິນ (ນະຄອນ ເຫ້ວ), ພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນເຫ້ວ ໄດ້ຈັດພິທີໄຂງານບຸນວິຫານ ຮ່ວຽນເຈິນ ລະດູບານໃໝ່ປີມະໂລງ 2024, ເພື່ອຕອບບຸນແທນຄຸນ ຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ ແລະ ເຈົ້າຍິງ ຮ່ວຽນເຈິນ.

     ນີ້ແມ່ນການເຄື່ອນໄຫວພົ້ນເດັ່ນຂອງງານບຸນລະດູບານໃໝ່ ໃນຂອບເຂດ Festival ເຫ້ວ 2024. ງານບຸນວິຫານ ຮ່ວຽນເຈິນ ປີນີ້ ໄດ້ເປີດສາກດ້ວຍລາຍການສະແດງສິລະປະ ວາດພາບຄືນຊີວິດ ແລະ ຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງເຈົ້າຍິງ ຮ່ວຽນເຈິນ, ເຊິ່ງກ່ອນນີ້ເກືອບ 720 ປີໄດ້ຍອມເສຍສະຫຼະຄວາມຮັກສ່ວນຕົວເພື່ອສ້າງເຂດ ທ້ວນຮວາ - ຝູຊວັນ - ເທື່ອທຽນ - ເຫ້ວ.

   ໃນຂອບເຂດງານບຸນ ຍັງດຳເນີນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ອຸດົມສົມບູນ, ຄື: ສະແດງສິລະປະຂັບຮ້ອງ ເຫ້ວ, ບັນດາການລະຫຼີ້ນພື້ນເມືອງ, ງານວາງສະແດງພາບຖ່າຍ, ສະແດງຊຸດອາພອນທີ່ເປັນມູນເຊື້ອຂອງ ເຫ້ວ…

ຕອບກັບ

ຂ່າວ/ບົດ​ອື່ນ