ໄຂງານວາງສະແດງ “50 ປີແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ”

(VOVWORLD) -ງານວາງສະແດງ “50 ປີແຫ່່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກຈັດຂຶ້ນ ເພື່ອແນໃສ່ຢັ້ງຢືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງຄໍາພິໄນກໍາອັນສັກກະລະບູຊາຂອງປະທານໂຮ່ຈີມິນ ໄດ້ສ້າງໄວ້ໃຫ້ແກ່ຄົນລຸ້ນຫຼັງ.
ໄຂງານວາງສະແດງ “50 ປີແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” - ảnh 1  ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້ ແມ່ນເຂດວາງສະແດງລວມທີ່ມີຫົວຂໍ້ວ່າ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແຫຼ່ງແສງສະຫວ່າງເຍືອງທາງ” ດ້ວຍເອກະສານ, ພາບຖ່າຍ ແລະ ວັດຖຸພັນເກືອບ 200 ຢ່າງ (ພາບ: TTXVN)

ງານວາງສະແດງ “50 ປີແຫ່່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກໄຂຂຶ້ນໃນຕອນຄໍ່າວັນທີ 30 ສິງຫາ, ຢູ່ສູນວາງສະແດງວັດທະນະທໍາສິລະປະຫວຽດນາມ ໂດຍມີການເຂົ້າຮ່ວມຂອງຫຼາຍແຂວງ, ນະຄອນທີ່ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈີມິນຄື: ເງະອານ, ກາວບັ່ງ, ທ໊າຍງວຽນ, ນະຄອນໂຮ່ຈີມິນ, ຫ໋າຍເຢືອງ ພ້ອມກັບຫໍພິພິທະພັນບາງແຫ່ງ. ງານວາງສະແດງດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ຢັ້ງຢືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງຄໍາພິໄນກໍາອັນສັກກະລະບູຊາຂອງປະທານໂຮ່ຈີມິນ ໄດ້ສ້າງໄວ້ໃຫ້ແກ່ຄົນລຸ້ນຫຼັງ; ປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃນການປະຕິບັດຄໍາພິໄນກໍາຂອງເພິ່ນ; ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈີມິນ...

        ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້ ແມ່ນເຂດວາງສະແດງລວມທີ່ມີຫົວຂໍ້ວ່າ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແຫຼ່ງແສງສະຫວ່າງເຍືອງທາງ” ດ້ວຍເອກະສານ, ພາບຖ່າຍ ແລະ ວັດຖຸພັນເກືອບ 200 ຢ່າງ, ແນະນໍາເຖິງມະຫາຊົນກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະ 50 ປີຜ່ານມາ; ພາບຖ່າຍພິໄນກໍາສະບັບຕົ້ນຂອງປະທານໂຮ່ຈີມິນ10 ໜ້າ... ງານວາງສະແດງຈະແກ່ຍາວໄປຮອດວັນທີ 03 ກັນຍາ 2019 ຈ່ຶງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ