ໄຂວັນບຸນທ່ອງທ່ຽວນະຄອນໂຮ່ຈິມິນ 2018

(VOVWORLD) -ວັນທີ 12 ເມສາ, ວັນບຸນທ່ອງທ່ຽວນະຄອນໂຮ່ຈິມິນ ປີ 2018 ຖືກໄຂຂຶ້ນຢ່າງເປັນທາງການ. ມີບໍລິສັດທ່ອງທ່ຽວຢູ່ນະຄອນກວ່າ 20 ແຫ່ງ ໄດ້ເຂົ້າຮ່ວມ.

ໄຂວັນບຸນທ່ອງທ່ຽວນະຄອນໂຮ່ຈິມິນ 2018 - ảnh 1 ວັນບຸນທ່ອງທ່ຽວນະຄອນໂຮ່ຈິມິນ 2018

(ພາບ: TTXVN)

ວັນບຸນທ່ອງທ່ຽວນະຄອນໂຮ່ຈິມິນ ປີ 2018 ໂດຍພະແນກທ່ອງທ່ຽວນະຄອນຈັດຕັ້ງປະຈຳປີ. ວັນບຸນປີນີ້ດ້ວຍຫົວຂໍ້ວ່າ “ຄົ້ນຫາລະດູຮ້ອນ 2018”. ແຂກເຂົ້າຮ່ວມມີໂອກາດໄດ້ຮັບບັນດາລາຍການທ່ອງທ່ຽວທີ່ຫຼຸດລາຄາໃນລາຍການສົ່ງເສີມການທ່ອງທ່ຽວຫວຽດນາມ. ທ່ານ ເຈີ່ນວັນລອງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນສື່ສານທ່ອງທ່ຽວຫວຽດ, ໃຫ້ຮູ້ວ່າ.

      “ຂ້າພະເຈົ້າຄິດວ່າ, ລາຍການດັ່ງກ່າວຈະເຮັດໃຫ້ຕະຫຼາດທ່ອງທ່ຽວຂອງນະຄອນໂຮ່ຈິມິນ ພົ້ນເດັ່ນຂຶ້ນໃນຊຸມມື້ຈະມາເຖິງ. ແລະນັກທ່ອງທ່ຽວເມື່ອໄດ້ຮັບລາຍການທ່ອງທ່ຽວໂດຍບໍ່ເສຍຄ່າຈາກຫວຽດນາມ ສາມາດໄປທ່ອງທ່ຽວບໍ່ວ່າລາຍການທ່ອງທ່ຽວໃດ ຈາກບັນດາປະເທດເອີລົບ, ອາເມລິກາ, ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້… ຫຼື ບັນດາລາຍການທ່ອງທ່ຽວຢູ່ພາຍໃນປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ