ໄຂວັນບຸນລິຂະສິດປື້ມອ່ານຫວຽດນາມ - ຍີ່ປຸ່ນ 2018

(VOVWORLD) -ວັນທີ 24 ພຶດສະພາ, ທີ່ຮ່າໂນ້ຍ, ສະມາຄົມພິມຈຳໜ່າຍຫວຽດນາມ ແລະ ສະຫະສະມາຄົມພິມຈຳໜ່າຍຍີ່ປຸ່ນ ໄດ້ສົມທົບກັນຈັດຕັ້ງວັນບຸນປື້ມອ່ານ Mini Book Fair ຫວຽດນາມ - ຍີ່ປຸ່ນ, ຈັດຕັ້ງພິທີໄຂວັນບຸນລິຂະສິດປື້ມອ່ານຫວຽດນາມ - ຍີ່ປຸ່ນ ປີ 2018.
ໄຂວັນບຸນລິຂະສິດປື້ມອ່ານຫວຽດນາມ - ຍີ່ປຸ່ນ 2018 - ảnh 1ທ່ານ ຮວ່າງຫວິງບາວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາກ່າວຄຳເຫັນທີ່ວັນບຸນ

ເຂົ້າຮ່ວມວັນບຸນປື້ມ ມີ ໂຮງພິມຈຳໜ່າຍ, ບໍລິສັດຕາງໜ້າລິຂະສິດຂອງຍີ່ປຸ່ນ 20 ແຫ່ງ ແລະ ຫົວໜ່ວຍພິມຈຳໜ່າຍ, ບໍລິສັດປື້ມອ່ານ, ຫົວໜ່ວຍຕາງໜ້າລິຂະສິດຫວຽດນາມ 18 ແຫ່ງ. ຕາມທ່ານ ຮວ່າງຫວິງບາວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ປະທານສະມາຄົມພິມຈຳໜ່າຍຫວຽດນາມ ແລ້ວ ເຫດການດັ່ງກ່າວ ບໍ່ພຽງແຕ່ຊຸກຍູ້ການເຄື່ອນໄຫວໄດ້ພິມຈຳໜ່າຍລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການພົບປະແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງສອງປະເທດຫວຽດນາມຍີ່ປຸ່ນອີກດ້ວຍ, ທ່ານ ຮວ່າງຫວິງບາວ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຫວັງວ່າ, ຜ່ານວັນບຸນລິຂະສິດປື້ມອ່ານຫວຽດນາມ - ຍີ່ປຸ່ນ ຄັ້ງນີ້, ບັນດາໂຮງພິມຈຳໜ່າຍບໍ່ພຽງແຕ່ແນະນຳ, ໂຄສະນາ, ຂາຍລິຂະສິດບັນດາຜະລິດຕະພັນທີ່ຕົນພິມຈຳໜ່າຍເທົ່ານັ້ນ ຫາກຍັງຊອກຮູ້, ແລກປ່ຽນ ແລະ ຊື້ລິຂະສິດບັນດາຜະລິດຕະພັນໄດ້ພິມຈຳໜ່າຍທີ່ມີຄຸນຄ່າຂອງຫວຽດນາມອີກດ້ວຍ, ເພື່ອໃນໄລຍະຈະມາເຖິງຈະໄດ້ນຳມາສະເໜີຕົວຕໍ່ຜູ້ອ່ານ, ມະຫາຊົນຍີ່ປຸ່ນບັນດາຜະລິດຕະພັນໄດ້ພິມຈຳໜ່າຍທີ່ມີຄຸນຄ່າຂອງຫວຽດນາມໃຫ້ຫຼາຍກວ່າອີກ”.


ຕອບກັບ

ຂ່າວ/ບົດ​ອື່ນ