ໄຂ​ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ ອາ​ຊຽນ ເປີດກວ້າງ

(VOVWORLD) -ລາງວັນຊາວໜຸ່ມ ອາສາສະໝັກ ອາຊຽນ + ຄັ້ງນີ້ແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍບັນດາສ່ວນບຸກຄົນ, ອົງການຈັດຕັ້ງເພື່ອຮັບຮູ້ບັນດາຮູບແບບຊາວໜຸ່ມອາສາສະໝັກດີເດັ່ນທີ່ມາຈາກບັນດາປະເທດ ອາຊຽນ ເປີດກວ້າງ.
ໄຂ​ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ ອາ​ຊຽນ ເປີດກວ້າງ - ảnh 1ພິທີໄຂເວທີປາໄສຊາວໜຸ່ມ ອາສາສະໝັກ ອາຊຽນ  (ພາບ: TTXVN)

ຕອນເຊົ້າວັນທີ 24 ສິງຫາ, ພິທີໄຂເວທີປາໄສຊາວໜຸ່ມ ອາສາສະໝັກ ອາຊຽນ ເປີດກວ້າງ ແລະ ລາງວັນຊາວໜຸ່ມ ອາສາສະໝັກ ອາຊຽນ ເປີດກວ້າງ ປີ 2022 ໄດ້ດຳເນີນຢູ່ແຂວງກ໋ວາງບິ່ງ, ໃນລະຫວ່າງວັນທີ 23 – 27 ສິງຫາ. ເຫດການມີການເຂົ້າຮ່ວມຂອງຊາວໜຸ່ມ ອາສາສະໝັກ ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ, ບັນດາວາລະປຶກສາຫາລື, ບັນດາການເຄື່ອນໄຫວຊ່ວຍເຫຼືອສັງຄົມ… ນີ້ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ ອາຊຽນ + ແລກປ່ຽນ, ແປ່ງປັນບົດຮຽນປະສົບການ, ເຊື່ອມຕໍ່, ເພີ່ມທະວີການຮ່ວມມືໃນຂົງເຂດອາສາສະໝັກ; ປະກອບສ່ວນແນະນຳກັບເພື່ອນມິດສາກົນ ກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ ກ່ຽວກັບບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນເຕື່ອງເລິມ ເລຂາສູນກາງຄະນະຊາວໜຸ່ມ, ຮອງຫົວໜ້າຜູ້ປະຈຳການກຳມະທິການສະພາແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຖືກຮັບຜົນສະທ້ອນຈາກພະຍາດໂຄວິດ - 19, ບັນດາການເຄື່ອນໄຫວອາສາສະໝັກ, ໂຄງການອາສາສະໝັກ ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວພາກພື້ນ ແລະ ໂລກ. ໃນໄລຍະນັ້ນ, ຊາວໜຸ່ມ ຫວຽດນາມ ໄດ້ເປັນເຈົ້າການ, ປະຈັນບານຜັນຂະຫຍາຍບັນດາກຸ່ມຊາວໜຸ່ມ ດ້ວຍການເຄື່ອນໄຫວແທດຈິງ, ປະຕິບັດຂໍ້ລິເລີ່ມເພື່ອປະຊາຄົມ, ເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວບົນພື້ນຖານດີຈີຕອນ, ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ.

ລາງວັນຊາວໜຸ່ມ ອາສາສະໝັກ ອາຊຽນ + ຄັ້ງນີ້ແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍບັນດາສ່ວນບຸກຄົນ, ອົງການຈັດຕັ້ງເພື່ອຮັບຮູ້ບັນດາຮູບແບບຊາວໜຸ່ມອາສາສະໝັກດີເດັ່ນທີ່ມາຈາກບັນດາປະເທດ ອາຊຽນ ເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ