(vovworld) - ເວທີປາໄສວິສາຫະກິດນະຄອນໂຮ່ຈິມິນ - ພະນົມເປັນ ຖືກດຳເນີນໄປໃນວັນທີ 4/10 ຢູ່ນະຄອນຫຼວງພະນົມເປັນ, ແຫ່ງປະເທດກຳປູເຈຍ. ເວທີປາໄສໂດຍສອງນະຄອນສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳສອງປະເທດຫວຽດນາມ ແລະ ກຳປູເຈຍຈັດຕັ້ງ. ເຂົ້າຮ່ວມເວທີປາໄສມີຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານລາຊະອານາຈັກກຳປູເຈຍ, ທ່ານນາງ Men Sam On, ອະດີດຮອງປະທານປະເທດຫວຽດນາມ ທ່ານນາງ Truong My Hoa ພ້ອມກັບບັນດາເຈົ້າໜ້າທີ່ຂອງສອງນະຄອນ. ເວທີປາໄສໄດ້ສຸມໃສ່ແລກປ່ຽນບັນດາບັນຫາສຳຄັນຄື; ຫວຽດນາມ - ກຳປູເຈຍ ຮ່ວມມືພ້ອມກັບພັດທະນາ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ກຳປູເຈຍ ແລະ ກາລະໂອກາດຮ່ວມມືລົງທຶນ, ແນະນຳ ແລະ ແລກປ່ຽນບົດຮຽນພົນສຳເລັດຂອງວິສາຫະກິດຫວຽດນາມ ໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ກຳປູເຈຍ. ເຈົ້າຄອງນະຄອນພະນົມເປັນ Kep Chuktema ແລະ ທ່ານນາງຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ Nguyen Thi Hong ໄດ້ຕາງໜ້າອຳນາດການປົກຄອງສອງນະຄອນ ແກ້ໄຂບັນດາບັນຫາເຊິ່ງວິສາຫະກິດສອງປະເທດຍົກອອກມາທີ່ເວທີປາໄສ.