(ພາບ: tnamese.cri.cn)
(vovworld)- ເວທີປາໄສເສດຖະກິດອາຊີ-ເອີລົບຄັ້ງທີ 5 ຖືກຈັດຂຶ້ນຢູ່ປະເທດຈີນ ດ້ວຍຫົວເລື່ອງ “ຮ່ວມມືຢ່າງແທດຈິງ, ຊຸກຍູ້ເພື່ອພ້ອມກັນຈະເລີນຮຸ່ງເຮືອງ“ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 1000 ທ່ານຊື່ງແມ່ນນັກການເມືອງ, ນັກທຸລະກິດ ແລະ ວົງການຜູ້ຊ່ຽວຊານ, ນັກຮຽນຮູ້ເສດຖະກິດມາຈາກບັນດາປະເທດໃນພາກພື້ນອາຊີ-ເອີລົບ. ທີ່ວາລະໄຂ, ບັນດາຜູ້ແທນເຫັນດີເປັນເອກະສັນຕໍ່ຂໍ້ສັງເກດທີ່ວ່າ, ໃນສະພາບການຫັນເປັນໂລກາພິບັດເສດຖະກິດໃນປະຈຸບັນ, ບັນດາປະເທດ ອາຊີ-ເອີລົບ ທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການຮ່ວມມື ຈຶ່ງຈະສາດມາດພ້ອມກັນພັດທະນາ, ພ້ອມກັນມີຄວາມວັດທະນາຖາວອນໄດ້. ສອງພາກພື້ນທັງເປັນບ້ານໃກ້ເຮືອນຄຽງທີ່ດີ, ທັງເປັນຄູ່ຮ່ວມມືທີ່ດີ ເພື່ອໜູນຊ່ວຍເພີ່ມເຕີມທ່າດີໃຫ້ແກ່ກັນ, ສືບຕໍ່ມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈດ້ານເສດຖະກິດ, ການຄ້າ, ຕ້ານລັດທິກໍ່ການຮ້າຍ ແລະ ເປີດກ້ວາງການພົບປະແລກປ່ຽນ ປຊຊ, ຕັ້ງໜ້າຍົກອອກບັນດາມາດຕະການອັນແທດຈິງເພື່ອແນໃສ່ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ພັດທະນາຢ່າງວັດຖະນາຖາວອນ.