ໄຂ​ເວ​ທີ​ປາ​ໄສ​ແມ່​ຍິງ ຫວຽດ​ນາມ ຢູ່ ເອີ​ຣົບ

(VOVWORLD) - ເວທີປາໄສຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ບັນດາອົງການຈັດຕັ້ງແມ່ຍິງ ຫວຽດນາມ ຢູ່ບັນດາປະເທດເອີຣົບ ສາມາດພົບປະແລກປ່ຽນ, ຮຽນຮູ້, ຊ່ວຍເຫຼືອກັນສ້າງປະຊາຄົມຊາວ ຫວຽດນາມ ໃຫ້ນັບມື້ນັບເຂັ້ມແຂງ, ເຊື່ອມຕົວກັບປະເທດປະຈຳຖິ່ນໄດ້ເປັນຢ່າງດີ ກໍຄື ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງບ້ານເກີດເມືອງນອນ ຫວຽດນາມ.
ໄຂ​ເວ​ທີ​ປາ​ໄສ​ແມ່​ຍິງ ຫວຽດ​ນາມ ຢູ່ ເອີ​ຣົບ - ảnh 1ຫໍສະພາແຫ່ງຊາດ ຮຸງກາຣີ (ພາບ: VOV)

ເພື່ອແນໃສ່ຍູ້ແຮງການປະຕິບັດມະຕິເລກທີ 36 ແລະ ບົດສະຫຼຸບເລກທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດໃນສະພາບການໃໝ່, ເວທີປາໄສແມ່ຍິງ ຫວຽດນາມ ຢູ່ເອີຣົບ ດ້ວຍຫົວຂໍ້ “ຍຸກສະໄໝ 4.0 - ແມ່ຍິງຮັກສາຄຸນຄ່າ ຫວຽດ ແລະ ເຊື່ອມໂຍງເຂົ້າກັບສາກົນ” ຄັ້ງທຳອິດ ຖືກຈັດຂຶ້ນຢູ່ຫໍສະພາແຫ່ງຊາດ ຮຸງກາຣີ ໃນຕອນເຊົ້າວັນທີ 3 ມິຖຸນາ (ຕາມເວລາທ້ອງຖິ່ນ).

        ມີຜູ້ແທນ, ແຂກຖືກເຊີນປະມານ 250 ທ່ານເຂົ້າຮ່ວມເວທີປາໄສ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງກາລະໂອກາດ ແລະ ສິ່ງທ້າທາຍສຳລັບແມ່ຍິງ ຫວຽດນາມ ເພື່ອທັງຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ ທັງເຊື່ອມໂຍງກັບບັນດາປະເທດເອີຣົບຢ່າງເລິກເຊິ່ງກວ້າງຂວາງ. ເວທີປາໄສຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ບັນດາອົງການຈັດຕັ້ງແມ່ຍິງ ຫວຽດ ຢູ່ບັນດາປະເທດເອີຣົບ ສາມາດພົບປະແລກປ່ຽນ, ຮຽນຮູ້, ຊ່ວຍເຫຼືອກັນສ້າງປະຊາຄົມຊາວ ຫວຽດນາມ ໃຫ້ນັບມື້ນັບເຂັ້ມແຂງ, ເຊື່ອມຕົວກັບປະເທດປະຈຳໄດ້ເປັນຢ່າງດີ ກໍຄື ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງບ້ານເກີດເມືອງນອນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ