ໄຕ​ມາດ 1, ຫວຽດ​ນາມ ດຶງ​ດູດ​​ທຶນ FDI ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໃນ​ຮອບ​ເວ​ລາ 3 ປີມານີ້

(VOVWORLD) - ໄຕມາດ I/2019, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸໄດ້ລະດັບສະຖິຕິກ່ຽວກັບມູນຄ່າເງິນລົງທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງຮອບເວລາ 3 ປີມານີ້
ໄຕ​ມາດ 1, ຫວຽດ​ນາມ ດຶງ​ດູດ​​ທຶນ FDI ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໃນ​ຮອບ​ເວ​ລາ 3 ປີມານີ້ - ảnh 1ໄຕມາດ 1, ຫວຽດນາມ ດຶງດູດທຶນ FDI ບັນລຸລະດັບສະຖິຕິໃນຮອບເວລາ 3 ປີມານີ້

ກົມການລົງທຶນຈາກຕ່າງປະເທດ (ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: ໄຕມາດ I/2019, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸໄດ້ລະດັບສະຖິຕິກ່ຽວກັບມູນຄ່າເງິນລົງທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງຮອບເວລາ 3 ປີມານີ້. ລະອຽດ, ໄລ່ເຖິງວັນທີ 20 ມີນາ, ຍອດທຶນຈົດທະບຽນໃໝ່, ເພີ່ມທຶນ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດບັນລຸໄດ້ 10.8 ຕື້ USD, ເພີ່ມຂຶ້ນຫຼາຍກ່ວາ 86 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

        ຕາມຂົງເຂດການລົງທຶນແລ້ວ, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂົງເຂດ, ໃນນັ້ນສ່ວນຫຼາຍແມ່ນສຸມໃສ່ຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ. ຂົງເຂດອະສັງຫາລິມະຊັບຢືນຢູ່ອັນດັບທີ 2, ອັນດັບທີ 3 ແມ່ນຂົງເຂດການເຄື່ອນໄຫວດ້ານວິຊາສະເພາະ ແລະ ວິທະຍາສາດເຕັກໂນໂລຢີ.

        ຕາມຄູ່ຮ່ວມມືການລົງທຶນ, ໄດ້ມີ 74 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນ ຮົງກົງ (ຈີນ) ຢືນອັນດັບ ໜຶ່ງ, ຖັດມາ ແມ່ນ ສິງກະໂປ, ສ.ເກົາຫຼີ, ຈີນ ແລະ ຍີປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ