ໜັງສືພິມ ຍີ່ປຸ່ນ ລົງພິມບົດຂຽນຂອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ກ່ຽວກັບ APEC 2017

(VOVWORLD) - ວັນທີ 04 ພະຈິກ ໜັງສືພິມ ຍີ່ປຸ່ນ “The Japan Times” ໄດ້ລົງພິມບົດຂຽນ “APEC ຫວຽດນາມ 2017 - ສືບຕໍ່ໄລຍະທາງ 30 ປີແຫ່ງການປ່ຽນແປງໃໝ່” ຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ. 
ໜັງສືພິມ ຍີ່ປຸ່ນ ລົງພິມບົດຂຽນຂອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ກ່ຽວກັບ APEC 2017  - ảnh 1 ໜັງສືພິມ ຍີ່ປຸ່ນ ລົງພິມບົດຂຽນຂອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ກ່ຽວກັບ APEC 2017 

ບົດຂຽນໄດ້ຫວນຄືນບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ພາຍຫລັງ 30 ປີແຫ່ງການປ່ຽນແປງໃໝ່, ດຳເນີນຫັນການເຄື່ອນໄຫວທາງການທູດເປັນຫລາຍຝ່າຍ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືວິວັດການກະກຽມໃຫ້ APEC ຫວຽດນາມ 2017, ຢືນຢັນບົດບາດຂອງປະເທດເຈົ້າພາບ ປະກອບສ່ວນຮັກສາ, ຊຸກຍູ້ທີ່ຕັ້ງ ແລະ ພາບພົດຂອງ APEC ໃນພາກພື້ນ ແລະ ເວທີສາກົນ. ດ້ວຍຖານະເປັນເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມນັບຮ້ອຍຄັ້ງ ນັບແຕ່ຂັ້ນວິຊາການ, ຂັ້ນກົມ, ຂັ້ນລັດຖະມົນຕີ ແລະ ຂັ້ນສຸດຍອດແມ່ນສັບປະດາຂັ້ນສູງ APEC (TLCC) ຈະໄດ້ຈັດຕັ້ງແຕ່ວັນທີ 6 – 11 ພະຈິກ 2017 ຢູ່ນະຄອນ ດ່າໜັງ.

ຕອບກັບ

ຂ່າວ/ບົດ​ອື່ນ